ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາບໍ່ຮັບຟັງການຕິຕຽນ ຂອງນາໆຊາດ


ລັດຖະມົນຕີການຕ່າງປະເທດມຽນມາໄດ້ປະຕິເສດຕໍ່ການຕຳໜິຕິຕຽນຂອງນາໆຊາດກ່ຽວກັບ ການເລືອກຕັ້ງຄັ້ງຈະມາ ຢູ່ໃນປະເທດດັ່ງກ່າວ ໂດຍເວົ້າວ່າ ການປ່ອນບັດໃນວັນທີ 7 ພະ ຈິກ ຈະເປັນການເລືອກຕັ້ງ ທີ່ເສລີແລະຍຸດຕິທຳ.

ທ່ານ U Nyan Win ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດໃນມື້ ວັນອັງຄານວານນີ້ວ່າ ມຽນມາ ພວມຢູ່ໃນໄລຍະ ທີ່ຫຼໍ່ແຫຼມສຳຄັນ ຂອງອັນທີ່ທ່ານເອີ້ນວ່າ “ຂັ້ນຕອນການປ່ຽນແປງ ທາງດ້ານການເມືອງ”.

ທ່ານກ່າວວ່າ ຜູ້ສະມັກທັງໝົດຫຼາຍກວ່າ 3,000 ຄົນຈາກ 37 ພັກການເມືອງຈະເຂົ້າແຂ່ງ ຂັນ ເອົາບ່ອນນັ່ງ 1,171 ບ່ອນ ໃນສະພາ.

ພັກຝ່າຍຄ້ານເອີ້ນການເລືອກຕັ້ງຄັ້ງນີ້ວ່າ ເປັນແຜນການຫຼອກລວງ ທີ່ແນໃສ່ເພື່ອເຮັດໃຫ້ ການກຳອຳນາດ ຂອງພວກທະຫານ ມີຄວາມໝັ້ນຄົງຕື່ມຂຶ້ນ.

ລັດຖະມົນຕີການຕ່າງປະເທດມຽນມາ ບໍ່ໄດ້ເວົ້າເຖິງການຮຽກຮ້ອງຂອງນາໆຊາດ ທີ່​ທວງໃຫ້ ປ່ອຍພວກນັກໂທດການເມືອງ ເພື່ອໃຫ້ພວກເຂົາເຈົ້າ ໄດ້ເຂົ້າຮ່ວມການປ່ອນບັດ ໃນຄັ້ງນີ້.

XS
SM
MD
LG