ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໗ ກຸມພາ ໒໐໒໕

ສປຊ ຈະໄຂກອງປະຊຸມ ກ່ຽວກັບສິດທິມະນຸດ ໃນມຽນມາ ທີ່​ນະຄອນ Geneva


ອົງການປົກປ້ອງສິດທິມະນຸດສາກົນ
ອົງການປົກປ້ອງສິດທິມະນຸດສາກົນ

ສະພາວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ທີ່​ນະຄອນ Geneva ກໍາລັງ​ກະກຽມທີ່ຈະສົນທະນາກັນກ່ຽວກັບສະພາບ​ການດ້ານສິດທິມະນຸດຢູ່ໃນ ມຽນມາ ຊຶ່ງຈະ
ເປັນຄັ້ງທໍາອິດໃນປະຫວັດສາດ.

ບັນດາ​ລັດສະມາຊິກ ຈະທົບທວນຄືນເບິ່ງສະຖານະ​ການໃນປະເທດທີ່​ຕັ້ງ​ຢູ່​ໃນ​ເອ​ເຊຍ
ຕາເວັນອອກສຽງໃຕ້​ແຫ່ງ​ນັ້ນໃນກອງ​ປະຊຸມຄັ້ງວັນທີ່ 27 ມັງກອນທີ່ຈະມາເຖິງນີ້.

ກຸ່ມປົກປ້ອງສິດທິມະນຸດສາກົນທີ່​ຊື່ວ່າ Article 19 ຫລື ມາດ​ກາທີ່ 19 ໄດ້ຮຽກຮ້ອງ
ໃຫ້ສະພາ​ສິດທິ​ມະນຸດ​ຂອງສະຫະປະຊາຊາດເອົາໃຈໃສ່ເປັນພິເສດຕໍ່ 5 ຂົງ​ເຂດ​ທີ່ຢູ່​ໃນ
ຄວາມເປັນຫ່ວງກ່ຽວ​ກັບ​ເສລີພາບ​ໃນ​ການສະແດງອອກຢູ່​ໃນ​ມຽນມານັ້ນ.

ກຸ່ມດັ່ງກ່າວທີ່ມີຫ້ອງການຕັ້ງຢູ່ທີ່ລອນດອນກ່າວວ່າ ລັດຖະບານທະຫານມຽນມາແມ່ນ
ໄດ້ຄວບຄຸມສື່ທັງໝົດຊຶ່ງຮວມທັງ ທາງອິນເຕີເນ໊ຕ ຕະຫລອດ​ທັງ​ໄດ້​ທໍາ​ການຈັບກຸມ
ແລະ​ຮາວີ​ກັ່ນ​ແກ້ງພວກພະນັກງານສື່ໂດຍ​ພະລະການ​ນໍາ.

ກຸ່ມ​ນີ້ຍັງເວົ້າອີກວ່າໂຄງຮ່າງທາງກົດໝາຍຂອງ ມຽນມາ ແມ່ນບໍ່ໄດ້ຮັບປະກັນສິດທິທາງ
ດ້ານ​ເສລີພາບໃນການສະແດງອອກຫຼືເຂົ້າຫາຂໍ້ມູນແລະ​ວ່າ​ພວກຜູ້ທີ່ຢູ່​ໃນ ມຽນມາ ທີ່
ພະຍາຍາມຈະ​ຊົມ​ໃຊ້​ສິດທິ​ດັ່ງກ່າວ​ນັ້ນ ແມ່ນຈະຖືກດໍາ​ເນີນ​ຄະ​ດີແລະຕິດຄຸກຕິດຕະລາງ.

XS
SM
MD
LG