ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະປະຊາຊາດ ຂໍເຂົ້າໄປກວດ ໃນມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ພະແນກການຕິດຕາມຊິ້ງຊອມທາງດ້ານນິວເຄລຍຂອງອົງການສະຫະປະຊາຊາດໄດ້ຮ້ອງຂໍ
ໃຫ້ມຽນມາ ອະນຸຍາດໃຫ້ຄະນະກວດກາຂອງສະຫະປະຊາຊາດເຂົ້າໄປກວດເບິ່ງສະຖານທີ່
ສົງໄສທາງດ້ານນິວເຄລຍ ຢູ່ໃນປະເທດດັ່ງກ່າວ.

ເມື່ອໄວໆມານີ້ ອົງການພະລັງານປະລະມະນູສາກົນ ໄດ້ສົ່ງຈົດໝາຍຢ່າງເປັນທາງການສະ
ບັບນຶ່ງ ໄປຍັງລັດຖະບານມຽນມາ ເພື່ອຂໍຮ້ອງ ເຂົ້າໄປກວດເບິ່ງສະຖານທີ່ສົງໄສຕ່າງໆ.

ອົງການສະຫະປະຊາຊາດ ສົງໄສມາເປັນເວລາຫຼາຍໆປີແລ້ວວ່າ ມຽນມາມີໂຄງການນິວ
ເຄລຍລັບ ໂດຍໄດ້ຮັບການສະໜັບສະໜຸນ ຈາກເກົາຫຼີເໜືອ.

ເຖິງແມ່ນໃນໄລຍະຜ່ານມາ ອົງການພະລັງງານປະລະມະນູສາກົນ ໄດ້ຮ້ອງຂໍໃຫ້ມຽນມາ
ສົ່ງຂໍ້ມູນຕ່າງໆກ່ຽວກັບໂຄງການນິວເຄລຍທີ່ອາດເປັນໄປໄດ້ນັ້ນໃຫ້ແກ່ຕົນ ແຕ່ອົງການ
ດັ່ງກ່າວ ກໍບໍ່ເຄີຍຂໍຮ້ອງ ເພື່ອເຂົ້າໄປກວດກາ ຢ່າງເປັນທາງການເລີຍ.

XS
SM
MD
LG