ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ທູດພິເສດ ເຫັນຮ່ອງຮອຍ ທີ່ໃຫ້ກຳລັງໃຈ ໃນມຽນມາ


ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ
ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ

ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບ
ກ່ຽວກັບເລື່ອງມຽນມາກ່າວວ່າ ທ່ານໄດ້ເຫັນສັນຍານ
ທີ່ໃຫ້ກຳລັງໃຈ ຈາກລັດຖະບານພົນລະເຮືອນຊຸດໃໝ່
ຂອງມຽນມາ.

ທ່ານ Vijay Nambiar ໃຫ້ຄວາມເຫັນດັ່ງກ່າວໃນ
ວັນພະຫັດວານນີ້ຫຼັງຈາກໄດ້ພົບປະກັບພວກເຈົ້າໜ້າ
ທີ່ມຽນມາແລະຜູ້ນຳພັກຝ່າຍຄ້ານທ່ານນາງອອງຊານ
ຊູຈີ.

ທ່ານນາງອອງຊານຊູຈີ ເອີ້ນການພົບປະ ຂອງພວກ
ທ່ານວ່າ “ກົງໄປກົງມາ” ແລະກ່າວວ່າທ່ານນາງຢາກ
ເຫັນວ່າລັດຖະບານຊຸດໃໝ່ຈະດຳເນີນການໄປແບບໃດໂດຍເວົ້າວ່າ “ພວກເຮົາບໍ່ຢາກໃຫ້
ຄວາມເຫັນໄປໃນທາງລົບ”. ນີ້ແມ່ນການເດີນທາງໄປຢ້ຽມຢາມມຽນມາ ເທື່ອທຳອິດຂອງ
ທ່ານ Nambiar ນັບແຕ່ລັດຖະບານທະຫານ ທີ່ປົກຄອງປະເທດມາ ເປັນເວລາດົນນານ ໂອນອຳນາດໃຫ້ລັດຖະບານພາຍໃຕ້ການນຳພາຂອງພົນລະເຮືອນ ໃນເດືອນມີນາຜ່ານມາ ລຸນຫຼັງການເລືອກຕັ້ງສະພາແຫ່ງຊາດໃນເດືອນພະຈິກປີກາຍ.

ການເລືອກຕັ້ງທີ່ວ່ານີ້ແມ່ນເປັນເທື່ອທຳອິດທີ່ໄດ້ມີຂຶ້ນຢູ່ມຽນມາໃນຮອບ 20 ປີ ແຕ່ບັນ
ດາກຸ່ມປົກປ້ອງສິດທິມະນຸດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການປ່ອນບັດທີ່ວ່ານີ້ໂດຍຖືວ່າເປັນ
ແຜນການຫຼອກລວງແລະເວົ້າວ່າ ມັນເຮັດໃຫ້ການຄວບຄຸມປະເທດຂອງພວກທະຫານ
ເຂັ້ມແຂງຂຶ້ນກວ່າເກົ່າ. ພັກທີ່ນິຍົມທະຫານໄດ້ຮັບບ່ອນນັ່ງສ່ວນຫຼາຍໃນການເລືອກຕັ້ງ
ທີ່ວ່ານີ້.

XS
SM
MD
LG