ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະປະຊາຊາດວ່າ ມຽນມາສ້າງບັນຫາ ໃຫ້ເພື່ອນບ້ານ


ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບກ່ຽວກັບ ເລື່ອງສິດທິມະນຸດໃນມຽນມາ ທ່ານ Tomas Ojea Quintana
ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບກ່ຽວກັບ ເລື່ອງສິດທິມະນຸດໃນມຽນມາ ທ່ານ Tomas Ojea Quintana

ເຈົ້າໜ້າທີ່ສິດທິມະນຸດຂອງອົງການສະຫະປະຊາຊາດກ່າວວ່າ ມຽນມາພວມເອົາພາລະໃຫ້
ແກ່ບັນດາປະເທດເພື່ອນບ້ານ ຂະນະທີ່ພວກອົບພະຍົບມຽນມາ ພາກັນຫຼົບໜີການລ່ວງ
ລະເມີດສິດທິມະນຸດ ທີ່ນັບບໍ່ຖ້ວນໃນປະເທດດັ່ງກ່າວ.

ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດ ຮັບຜິດຊອບກ່ຽວກັບເລື່ອງສິດທິມະນຸດ
ໃນມຽນມາທ່ານ Tomas Ojea Quintana ກ່າວທີ່ນະຄອນຫຼວງກົວລາລຳເປີ ໃນວັນ
ພະຫັດວານນີ້ ມ້ວນທ້າຍການຢ້ຽມຢາມມາເລເຊຍ ເປັນເວລາ 8 ມື້ຂອງທ່ານ.

ທ່ານ Quintana ກ່າວວ່າ ສະຖານະການດ້ານສິດທິມະນຸດຢູ່ໃນມຽນມາຍັງສືບຕໍ່ມີຄວາມ
ຮ້າຍແຮງທັງໆທີ່ລັດຖະບານທະຫານໄດ້ໃຫ້ຄຳໝັ້ນສັນຍາວ່າຈະປັບປຸງໃຫ້ດີຂຶ້ນ.ທ່ານເວົ້າ
ວ່າປະເທດອື່ນໆໃນເຂດເອເຊຍຕາເວັນອອກສຽງໃຕ ້ໄດ້ຮັບເອົາພວກອົບພະຍົບ ພວກຂໍ
ລີ້ໄພ ພວກຄົນເຂົ້າເມືອງຊາວມຽນມາຈຳນວນນຶ່ງ.

ທ່ານ Quintana ກ່າວວ່າ ຊາວມຽນມາທີ່ທ່ານໄດ້ໂອ້ລົມນຳນັ້ນ ໄດ້ເວົ້າເຖິງການຫຼົບໜີ
ການບີບບັງຄັບໃຊ້ແຮງງານ ການຢຶດຊັບສິນ ການຈັບກຸມຄຸມຂັງ ໂດຍພະລະການ ການ
ຈຳແນກກີດກັນທາງດ້ານສາສະໜາ ແລະທາງດ້ານຊົນຊາດຊົນເຜົ່າ ຕະຫຼອດທັງ ການກ
ໍ່ຄວາມຮຸນແຮງຕໍ່ພວກແມ່ຍິງ.

ທ່ານ Quintana ເວົ້າວ່າ ປະເທດຕ່າງໆຢູ່ໃນຂົງເຂດ ມີຄວາມສົນໃຈເປັນພິເສດໃນການ
ຊັກຊວນໃຫ້ມຽນມາ ປັບປຸງສະຖານະການດ້ານສິດທິມະນຸດຂອງຕົນ.

ທ່ານຮຽກຮ້ອງໃຫ້ປະຊາຄົມນາໆຊາດໃຫ້ການຄໍ້າປະກັນວ່າ ມຽນມາໄດ້ປະຕິບັດພັນທະ
ຮັບຜິດຊອບດັ່ງກ່າວນີ້.

XS
SM
MD
LG