ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດພິເສດ ສປຊ ວ່າ ລັດຖະບານ ມຽນມາ ບໍ່ໄດ້ ຄຸ້ມຄອງ ທ່ານ ພຽງພໍ (ວີດິໂອ)


ທ່ານ Burma Tomas Ojea Quintana ທູດພິເສດຝ່າຍສິດທິມະນຸດຂອງອົງການສະຫະປະຊາຊາດ ຖະແຫຼງຕໍ່ພວກນັກຂ່າວ ຢູ່ສະໜາມບິນສາກົນ ນະຄອນຢ້າງກຸ້ງ ກ່ອນອອກ ເດີນທາງ ໃນວັນທີ 21 ສິງຫາ 2013.
ທ່ານ Burma Tomas Ojea Quintana ທູດພິເສດຝ່າຍສິດທິມະນຸດຂອງອົງການສະຫະປະຊາຊາດ ຖະແຫຼງຕໍ່ພວກນັກຂ່າວ ຢູ່ສະໜາມບິນສາກົນ ນະຄອນຢ້າງກຸ້ງ ກ່ອນອອກ ເດີນທາງ ໃນວັນທີ 21 ສິງຫາ 2013.
ທູດພິເສດຝ່າຍສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວຫາລັດຖະບານມຽນມາວ່າ ບໍ່ໄດ້ໃຫ້ການປົກປ້ອງຄຸ້ມຄອງ
ທ່ານ ໃນລະຫວ່າງທີ່ທ່ານໄປຢ້ຽມຢາມເມືອງແຫ່ງນຶ່ງ ທີ່ໄດ້
ເກີດຄວາມວຸ້ນວາຍທາງສາສະໜາ ລະຫວ່າງຊາວພຸດ ແລະ
ຊາວມຸສລິມ.

ກ່ອນອອກເດີນທາງຈາກນະຄອນຢ້າງກຸ້ງ ລຸນຫລັງການຢ້ຽມຢາມ
ມຽນມາເປັນເວລາ 10 ວັນນັ້ນ ທ່ານ Thomas Ojea Quintana ໄດ້ສະແດງຄວາມບໍ່ພໍໃຈ ຕໍ່ລັດຖະບານມຽນມາ. ທ່ານ Quintana
ກ່າວວ່າ:

“ລັດຖະບານ ມີໜ້າທີ່ຮັບຜິດຊອບ ໃນການປົກປ້ອງ ຂ້າພະເຈົ້າ. ສິ່ງນີ້ ແມ່ນບໍ່
ມີເລີຍ. ລັດຖະບານ ບໍ່ໄດ້ໃຫ້ການປົກປ້ອງແກ່ຂ້າພະເຈົ້າ ແຕ່ຢ່າງໃດ.”


ເຊື່ອກັນວ່າ ບໍ່ມີໃຜໄດ້ຮັບບາດເຈັບ ເວລາຂະບວນລົດຂອງທ່ານຖືກໂຈມຕີ ໃນວັນທີ 19 ສິງຫາ ທີ່ເມືອງ Meiktila.

ເຖິງແມ່ນວ່າ ທ່ານຈະມີຄວາມບໍ່ພໍໃຈຕໍ່ການໂຈມຕີຂະບວນລົດຂອງທ່ານກໍຕາມ ແຕ່ທ່ານ
Quintana ກໍເວົ້າວ່າ ທ່ານມີຄວາມດີໃຈທີ່ໄດ້ເຫັນວ່າ ປະຊາຊົນສາມາດປາກເວົ້າ ໄດ້
ຕາມຄວາມຄິດຄວາມເຫັນຂອງເຂົາເຈົ້າ ແມ່ນແຕ່ໃນຕອນທີ່ທ່ານບໍ່ເຫັນພ້ອມກັບທ່າທີ
ຂອງພວກເຂົາເຈົ້າກໍຕາມ.

ໃນລະຫວ່າງການໄປຢ້ຽມລັດຣາໄຄນ໌ ໃນອາທິດແລ້ວນີ້ ທ່ານ Quintana ກໍໄດ້ໄປຢາມ
ສູນອົບພະຍົບຂອງຊາວມຸສລິມໂຣຮິງຢາ. ທ່ານໄດ້ຮ້ອງຂໍໃຫ້ພວກເຂົາເຈົ້າຊ່ວຍຊອກຫາ
ຊ່ອງທາງແກ້ໄຂບັນຫາການກໍ່ຄວາມຮຸນແຮງໂດຍສັນຕິວິທີ. ນອກນັ້ນ ທ່ານ ຍັງໄດ້ພົບກັບ
ປະຊາຄົມຊາວພຸດໃນລັດຣາໄຄນ໌ ຕະຫລອດທັງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ.

ຄວາມຮຸນແຮງລະຫວ່າງຊາວມຸສລິມ ແລະຊາວພຸດໃນລັດຣາໄຄນ໌ ໃນປີກາຍນີ້ ເຮັດໃຫ້ມີ
ຜູ້ເສຍຊີວິດຫລາຍກວ່າ 200 ຄົນ ແລະອີກ 140 ພັນຄົນຕ້ອງອົບພະຍົບຈາກບ້ານເຮືອນ
ຂອງຕົນ. ໃນອາທິດແລ້ວນີ້ ການປະທະກັນລະຫວ່າງຕໍາຫລວດ ແລະ ສະມາຊິກຂອງປະ ຊາຄົມໂຣຮິງຢາ ໄດ້ເຮັດໃຫ້ຢ່າງໜ້ອຍນຶ່ງຄົນເສຍຊີວິດ ແລະຫລາຍຄົນໄດ້ຮັບບາດເຈັບ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ວີດິໂອ-ທູດ ສປຊ ຢ້ຽມຢາມ ມຽນມາ
please wait

No media source currently available

0:00 0:00:36 0:00
XS
SM
MD
LG