ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ສະໜັບສະໜຸນ ມຽນມາ ເປັນປະທານອາຊຽນ ໃນປີ 2014


ທ່ານພັນກິມູນ ເລຂາທິການໃຫຍາສະຫະປະຊາຊາດ ທີ່ກອງປະຊຸມສຸດຍອດເອເຊຍຕາເວັນອອກ.
ວັນທີ 20 ພະຈິກ 2011.
ທ່ານພັນກິມູນ ເລຂາທິການໃຫຍາສະຫະປະຊາຊາດ ທີ່ກອງປະຊຸມສຸດຍອດເອເຊຍຕາເວັນອອກ. ວັນທີ 20 ພະຈິກ 2011.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສະຫະປະຊາ​ຊາດ​ສະໜັບ
ສະໜຸນ​ການ​ຕັດສິນ​ໃຈ​ຂອງ​ສະມາຄົມ​ກຸ່ມປະ​ເທດ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້​ຫລື ອາ
ຊຽນທີ່​ເລືອກ​ເອົາ​ມຽນມາເປັນ​ປະທານ​ຂອງ​ກຸ່ມ​ໃນ​ປີ 2014 ນັ້ນ.

ໃການ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ໃນ​ວັນ​ເສົາວານ​ນີ້​ ທີ່​ເກາະ
ບາ​ຫລີ ອິນ​ໂດ​ເນ​ເຊຍ ທ່ານ​ພັນ​ກິ​ມູນ ກ່າວ​ວ່າ ລັດຖະບານ​ພາຍ​ໃຕ້​ການ​ນໍາພາ​ຂອງ​
ພວກ​ທະຫານ​ໃນ​ມຽນມາ​ ໄດ້​ເປັນສາ​ເຫດຂອງການ​ໂຕ້​ແຍ່ງກັນຂອງ​ປະຊາ​ຄົມ​ໂລກ
ຍ້ອນການ​ຂາດ​ລະບອບປະຊາທິປະ​ໄຕ​ແລະ​ການ​ປົກຄອງ​ແບບ​ກົດ​ຂີ່​ປາບ​ປາມ​ນັ້ນ.
ແຕ່​ທ່ານ​ພັນ​ກິ​ມູນກ່າວ​ຕື່ມ​ວ່າ ສະຫະ​ປະຊາ​ຊາດ​ໄດ້​ຕັດສິນ​ໃຈ​ໃຫ້ການ​ສະໜັບສະ​ໜຸນ
ຕໍ່​ການ​ເປັນ​ປະທານ​ຂອງ​ມຽນມາ ຍ້ອນ​ການ​ເຄື່ອນ​ໄຫວ​ຕ່າງໆທີ່​ມຽນມາ​ໄດ້​ດໍາ​ເນີນ
​ການ​ມາ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ທີ່​ຮວມທັງ​ການ​ຕັດສິນ​ໃຈ​ຂອງ​ຄະນະ​ລັດຖະບານ​ພົນ
ລະ​ເຮືອນ​ຊຸດ​ໃໝ່ ​ເພື່ອ​ປ່ອຍ​ໂຕ​ພວກນັກ​ໂທດ​ການ​ເມືອງ​ແລະ​ເລີ້ມ​ທໍາ​ການປະຕິ​ຮູບ​
ລະບົບ​ການ​ເມືອງ​ທີ່ເຄີຍ​ປິດ​ລັບ​ມາ​ຂອງ​ເຂົາ​ເຈົ້າ​ນັ້ນ.

ທ່ານ​ພັນ​ກິ​ມູນ ​ໄດ້​ປະກາດ​ໃຫ້ການ​ສະໜັບສະໜຸນ​ດັ່ງກ່າວ​ຕໍ່​ມຽນມາ ຫລັງ​ຈາກ​ທໍາ
ການ​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ​ແຫ່ງມຽນມາ ​ຊຶ່ງໃນ​ລະຫວ່າງ​ການ
ພົບປະກັນນັ້ນ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນໍາ​ມຽນມາ​ເລັ່ງລັດ​ການ​ປະຕິ​ຮູບ​ດ້ານການ
​ເມືອງ ​ແລະສ້າງຄວາມ​ປອງ​ດອງ​ຊາດ​ໃຫ້​ໄວ​ຂຶ້ນ​.

ການ​ຄັດ​ເລືອກ​ເອົາ​ມຽນມາ​ເປັນ​ຫົວໜ້າ​ຂອງ​ອົງການ​ປະ​ຈໍາ​ພາກ​ພື້ນທີ່ສົ່ງ​ເສີມ​ສັນຕິ
ພາບ​ແລະ​ສິດທິ​ມະນຸດ ​ໄດ້​ເປັນເລື້ອງທີ່​ໂຕ້​ແຍ່ງ​ກັນຢ່າງ​ໃຫຍ່. ​ເຖິງ​ແມ່ນ​ໄດ້ມີ​ຄວາມ
​ຄືບ​ໜ້າ​ໃນ​ຫວ່າງບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້​ກໍ​ຕາມ ​ແຕ່​ພວກ​ກຸ່ມ​ສົ່ງເສີມ​ສິດທິ​ມະນຸດ
​ແລະ​ພວກ​ປະ​ເທດຕາ​ເວັນຕົກ ຮວມທັງ​ສະຫະລັດ​ນໍາ ກ່າວ​ວ່າການ​ປະຕິ​ຮູບຈະ​ຕ້ອງ​
ມີ​ຂຶ້ນ​ຕື່ມ​ອີກ.

ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ເຊ່ນ​ກັນ​ວ່າ ທ່ານວາງແຜນ​ຈະ​ໄປ​ຢ້ຽມຢາມ
​ມຽນມາ​ອີກ​ເພື່ອ​ເບິ່ງໃຫ້​ເຫັນດ້ວຍ​ຕົນ​ເອງ​ຄວາມ​ຄືບໜ້າໄປ​ສູ່​ລະບອບ​ປະຊາທິປະ​ໄຕ
​ຢູ່​ທີ່​ນັ້ນ. ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ໂອ​ບາ​ມາ ປະກາດໃນ​ວັນ​ສຸກ​ຜ່ານ
​ມາ​ນີ້ວ່າ ​ທ່ານ​ຈະ​ສົ່ງທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ
ໄປ​ຍັງ​ມຽນມາ​ໃນ​ຕົ້ນ​ເດືອນ​ທັນວາ​ນີ້ ​ເພື່ອ​ປະກອບ​ພາລະກິດ​ແບບດຽວ​ກັນ.

XS
SM
MD
LG