ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານມຽນມາ ຍຸດຕິການຄັດຄ້ານ ບໍ່ເຂົ້າຮ່ວມໃນສະພາ (ເບິ່ງຮູບສະໄລດ໌)


ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ມຽນມາ ກ່າວໃນ​ວັນ​ຈັນ​ມື້ນີ້​ວ່າ ທ່ານ​ນາງ​ພ້ອມ​ດ້ວຍ​ເພື່ອ​ນສະມາຊິກ​ສະພາ​ແຫ່ງ​ຊາດ ​ສັງກັດພັກ​ຝ່າຍ​ຄ້ານ​ ໄດ້ຍຸດຕິ​ການຄັດຄ້ານ​ບໍ່​ເຂົ້າ​ຮ່ວມໃນ​ສະພານັ້ນ​ແລ້ວ ​ແລະ​ຈະໃຫ້ ​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ປົກ​ປ້ອງ​ຄຸ້ມ​ຄອງ​ລັດຖະທໍາ​ມະນູນ ຊຶ່ງ​ເປັນ​ການ​ຍອມຮັບ​ເອົາເງື່ອນ​ໄຂ​ທີ່​ສ້າງ​ຂໍ້​ຂັດ​ແຍ່ງ​ກັນ​ຂຶ້ນ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ພວກ​ສະມາຊິກ​ຄົນ​ອື່ນໆ​ຂອງ​ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ ຫລື NLD ຈະ​ເຂົ້າ​ຮ່ວມກອງ​ປະ ຊຸມສະພາ​ແຫ່ງ​ຊາດ​ຂອງ​ມຽນມາ​ເປັນ
​ຄັ້ງ​ທໍາ​ອິດ​ໃນ​ວັນ​ພຸດ​ສັບປະດາ​ນີ້.

ພວກ​ສະມາຊິກ​ເຫຼົ່າ​ນີ້​ໄດ້​ພາກັນ​ຄັດຄ້ານ​ຕໍ່​ການ​ໃຊ້​ຂໍ້ຄວາມ​ທີ່​ວ່າ “ປົກ ປ້ອງ​ຄຸ້ມ​ຄອງ​ທໍາ​ມະນູນ” ​ໃນ​ການ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ ​ແລະ​ຢາກ​ໃຫ້​ປ່ຽນ​ຄໍາ​ເວົ້າດັ່ງກ່າວ ​ໃຫ້​ເປັນ ​“ເຄົາລົບ​ນັບຖື​ລັດຖະທໍາ​ມະນູນ”.

ແຕ່​ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິ ພາບ ກ່າວ​ວ່າ ພວກ​ສະມາຊິກ​ຂອງພັກ NLD ​ໄດ້ຍິນ​ຍອມ​ຕໍ່​ຄວາມ​ປາດ​ຖະໜາ​ຂອງ​ປະຊາ​ຊົນ​ທີ່​ໄດ້​ເລືອກ​ຕັ້ງ​ເອົາ​ເຂົາ​ເຈົ້າ​ເຂົ້າ​ມາ​ຮັບ​ໃຊ້​ໃນ​ສະພາ ​ແລະ​ໄດ້ມີ​ຄວາມ​ບໍ່​ດີ​ໃຈ ທີ່​ສະມາຊິກ​ພັກ NLD ບໍ່​ພາກັນ​ເຂົ້າ​ໄປ​ນັ່ງຢູ່​ໃນ​ບ່ອນ​ນັ່ງ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ສະພາ​ນິຕິບັນຍັດ​ນັ້ນ.

ການ​ຕັດສິນ​ໃຈດັ່ງກ່າວ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ​ໝາຍ​ຄວາມ​ວ່າ ທ່ານນາງ​ບໍ່​ໄດ້ໄປມີໜ້າ​ຢູ່​ໃນ​ສະພາ​ໃນ​ວັນ​ຈັນ​ມື້​ນີ້​ ໃນ​ນະຄອນຫຼວງ​ເນ ປີ​ອີດໍ ​ເພື່ອ​ຮັບ​ຟັງ​ຄໍາ​ປາ​ໄສ​ຄັ້ງ​ປະວັດ​ສາດ​ຂອງ​ທ່ານ​ພັນ​ກິ​ມູນ ເລຂາ ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ທີ່​ກໍາລັງ​ຢ້ຽມຢາມ​ມຽນມາ​ໃນ​ປັດຈຸບັນ ຊຶ່ງ​ເປັນ​ການ​ກ່າວ​ປາ​ໄສ​ຄັ້ງ​ທໍາ​ອິດ​ໂດຍ​ແຂກຕ່າງປະ​ເທດ​ທີ່​ມີ​ຕໍາ​ແໜ່​ງ ສູງ​ນັ້ນ.

ກ່ອນກ່າວ​ປາ​ໄສນັ້ນ ຫົວໜ້າ​ອົງການສະຫະ​ປະຊາ​ຊາດ​ ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ​ແຫ່ງ​ມຽນມາ ໃນ​ການສະ​ແດງ​ການ ​ສະໜັບສະໜຸນ​ສໍາລັບ​ການ​ປ່ຽນ​ແປງ​ຢ່າງກວ້າງຂວາງ​ໃນ​ປະ​ເທດ​ທີ່​ຖືກ ໂດດດ່ຽວ​ມາ​ຕັ້ງ​ແຕ່​ດົນ​ນານ​ນັ້ນ. ການຢ້ຽມຢາມ​ຄັ້ງ​ນີ້​ນັບ​ວ່າ​ເປັນ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ພັນ​ກິ​ມູນ​ທີ່​ມຽນມາ ນັບ​ແຕ່​ລັດຖະບານມຽນມາ​ໄດ້​ທໍາ​ການ​ປະຕິ​ຮູບ​ໃນ​ດ້ານ​ການ​ເມືອງ​ແລະ​ເສດຖະກິດຫຼາຍ​ຢ່າງ​ຕິດ​ຕໍ່​ກັນ​ມາ​ໃນ​ປີຜ່ານມາ​ນີ້.

ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ມີ​ໝາຍ​ກໍານົດ​ທີ່​ຈະ​ທໍາ​ການ​ພົບປະ​ກັບ​ ທ່ານ​ນາງ​ອອງຊານ​ຊູ​ຈີ ​ໃນ​ວັນ​ອັງຄານ​ມື້​ອື່ນ.

ທ່ານ​ພັນ​ກິ​ມູນ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລັງ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ເຕັກນິກຂອງ​ສະຫະ​ປະຊາ​ຊາດ ສໍາລັບ​ການ​ສໍາ​ຫຼວດສໍາມະ​ໂນ​ຄົວ​ຄັ້ງ​ທໍາ​ອິດ​ຂອງ​ມຽນມາ​ໃນ​ຮອບ 31 ປີ. ການ​ສໍາ​ຫຼວດສໍາມະ​ໂນ​ຄົວ​ແລະ​ບ່ອນ​ພັກ​ເຊົາ ​ກໍານົດ​ຈະມີ​ຂຶ້ນ​ໃນ​ປີ 2014.

ຫົວໜ້າ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ສໍາ​ຫຼວດສໍາມະ​ໂນ​ຄົວ​ຈະ​ຕ້ອງ​ເຂົ້າ​ຫາ​ໝົດ​ທຸກ​ບ່ອນ​ທຸກ​ທີ່​ໃນ​ປະ​ເທດ​ໄດ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ທ່ານ​ຫວັງ​ວ່າ ການ​ຢຸດ​ຍິງ​ໃນ​ປັດຈຸບັນ​ແລະ​ໃນ​ອະນາຄົດ​ຈະ​ເຮັດ​ໃຫ້ເລື້ອງນີ້ເປັນ​ໄປ​ໄດ້ ​ແລະ​ກ່າວ​ຕື່ມ​ວ່າການ​ປະກອບສ່ວນ​ຂອງ​ພວກ​ຊົນ​ກຸ່ມນ້ອຍ ​ແລະ​ສັງຄົມ​ພົນລະ​ເຮືອນ​ ກໍຈະມີ​ຄວາມ​ສໍາຄັນຕໍ່ຄວາມ​ສໍາ​ເລັດ​ຂອງ​ການ​ສໍາ​ຫຼວດສໍາມະ​ໂນ​ຄົວ​ນີ້.

ທ່ານ​ພັນ​ກິ​ມູນ​ມີ​ໝາຍ​ກໍານົດ​ທີ່​ຈະ​ເດີນທາງ​ໄປ​ຍັງ​ລັດ Shan ​ໃນພາກ​ເໜືອ​ຂອງ​ປະ​ເທດ ຊຶ່ງ​ເປັນເຂດ​ປູກ​ຝິ່ນ​ທີ່​ສໍາຄັນ ບ່ອນ​ທີ່​ໄດ້​ມີການຈັດ ​ຕັ້ງປະຕິບັດໂຄງການ​ກໍາຈັດຖອນ​ຮາກ​ການ​ປູກ​ຝິ່ນ​ໃຫ້​ໝົດ​ໄປຂອງ​ຢູ​ແອັນນັ້ນ.

XS
SM
MD
LG