ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດເດີນທາງໄປຮອດມຽນມາແລ້ວ ຊຶ່ງຢູ່
ທີ່ນັ້ນ ທ່ານຈະທໍາການພົບປະກັບທ່ານນາງອອງ ຊານຊູຈີ ທີ່ເຄີຍໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບມາກ່ອນ ແລະປະທານາທິບໍດີ Thein Sein ແຫ່ງມຽນມາ.
ທ່ານພັນກິມູນ ເດີນທາງໄປຮອດນະຄອນຢັ້ງກຸ້ງ ເມືອງໃຫຍ່ສຸດຂອງມຽນມາ ໃນວັນອາ
ທິດມື້ນີ້ ແລະໄດ້ບິນໄປຍັງນະຄອນຫຼວງຝ່າຍປົກຄອງ ເນປີອິດໍ ໃນຕອນບ່າຍມື້ນີ້.
ທ່ານມີໝາຍກໍານົດທີ່ຈະກ່າວຄໍາປາໄສຕໍ່ສະພາແຫ່ງຊາດຂອງມຽນມາໃນວັນຈັນມື້ອື່ນ
ຊຶ່ງຈະເປັນຄໍາປາໄສຄັ້ງທໍາອິດໂດຍແຂກເມືອງຕ່າງປະເທດລະດັບສູງນັ້ນ.
ທ່ານນາງ Catherine Ashton ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບ
ຢູໂຣບ ກໍກໍາລັງທໍາການຢ້ຽມຢາມມຽນມາເຊ່ນກັນ ລຸນຫຼັງທີ່ສະຫະພາບຢູໂຣບໄດ້ປະ
ກາດຫວ່າງໄວໆມານີ້ ງົດການລົງໂທດ ຕໍ່ມຽນມາ ທີ່ຖືກໂດດດ່ຽວມາເປັນເວລາດົນນານ
ນັ້ນ.
ທ່ານພັນກິມູນ ແລະທ່ານນາງ Ashton ທັງສອງມີໝາຍກໍານົດທີ່ຈະທໍາການພົບປະ
ກັບປະທານາທິບໍດີ Thein Sein ໃນວັນຈັນມື້ອື່ນ ແລະຍັງບໍ່ເປັນທ່ີ່ຈະແຈ້ງເທື່ອວ່າ
ທັງສອງທ່ານຈະໄປພົບປະກັບທ່ານ Thein Sein ພ້ອມກັນ ຫຼືວ່າ ຄົນລະເທື່ອ.
ໃນວັນອັງຄານມື້ຮືນີ້ ເລຂາທິການໃຫຍ່ສະຫະປະຊາຊາດຈະພົບປະກັບ ທ່ານນາງ
ອອງຊານ ຊູຈີ ທີ່ເປັນຜູ້ນໍາຂອງພັກຝ່າຍຄ້ານສັນນິບາດແຫ່ງຊາດເພື່ອປະຊາທິປະ
ໄຕໃນມຽນມາ ນັ້ນ.
ທ່ານນາງ Ashton ທີ່ໄດ້ທໍາການພົບປະກັບຜູ້ນໍາຝ່າຍຄ້ານແລ້ວນັ້ນ ໄດ້ໄຂຫ້ອງ
ການໃໝ່ຂອງອີຢູຂຶ້ນ ທີ່ນະຄອນຢັ້ງກຸ້ງ ໃນວັນເສົາວານນີ້ ເພື່ອກໍາກັບດູແລການບໍ
ລິຫານໂຄງການຊ່ອຍເຫຼືອຕ່າງໆຂອງອີຢູ ແລະ ຮັບມືກັບເລື້ອງການເມືອງນັ້ນ.