ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫົວໜ້າ ສະຫະປະຊາຊາດ ຈະໄປຢ້ຽມຢາມ ມຽນມາ


ທ່ານພັນກີມູນ ເລຂາທິການໃຫຍ່ ສະຫະປະຊາຊາດ.
ວັນທີ 24 ເມສາ 2012.
ທ່ານພັນກີມູນ ເລຂາທິການໃຫຍ່ ສະຫະປະຊາຊາດ. ວັນທີ 24 ເມສາ 2012.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຈະ​ເດີນທາງ​ໄປຍັງ​ມຽນມາ​ໃນ​ທ້າຍ
​ສັບປະດາ​ນີ້​ ເພື່ອ​ໄປ​ສັງ​ເກດ​ການ​ເບິ່ງ​ການ​ໂອນອໍານາດ ​ຈາກ​ລະບອບ​ຜະ​ເດັດ​ການ​ທະ
ຫານ​ໄປສູ່ລະບອບ​ປະຊາທິປະ​ໄຕ.

ທ່ານ​ພັນ​ກິ​ມູນ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່ສຳນັກງານ​ໃຫຍ່ອົງການສະຫະ​ປະຊາ​ຊາດ ທີ່​ນະ
ຄອນນີວຢອກ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ຈະ​ທໍາ​ການ​ຢ້ຽມຢາມ​ມຽນມາຕາມ​ຄໍາ​ເຊື້ອ
​ເຊີນ​ຂອງປະທານາທິບໍດີ Thein Sein. ຫົວໜ້າ​ສະຫະປະຊາ​ຊາດ​ກ່າວ​ວ່າ ການ​ຢ້ຽມຢາມ
​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ທີ່​ສໍາຄັນ​ທີ່​ສຸດ ຂະນະ​ທີ່​ມຽນມາ​ເລີ້ມ​ຕົ້ນ​ທໍາ​ການ​ປະຕິ​ຮູບ​ໄປສູ່​ລະ
ບອບ​ປະຊາທິປະໄຕ​ຫຼາຍ​ຢ່າງ​ພາຍ​ໃຕ້​ການ​ນໍາພາ​ຂອງ​ລັດຖະບານ​ພົນລະ​ເຮືອນ​ໃໝ່ ແຕ່
​ທ່ານ​ເຕືອນ​ວ່າ ການ​ລິ​ເລີ້ມ​ໃໝ່ໆ​ຂອງ​ມຽນມາ​ຍັງມີ​ຄວາມ​ບອບ​ບາງ​ຫຼືສາມາດ​ແຕກຫັກ​ໄດ້
​ງ່າຍໆ​ຢູ່.

ການ​ຢ້ຽມຢາມ​ຄັ້ງ​ນີ້ ​ຈະ​ເປັນ​ຄັ້ງ​ທີ​ສາມ​ສໍາລັບ​ທ່ານ​ພັນ​ກິ​ມູນ​ທີ່​ໄປ​ຢ້ຽມຢາມ​ມຽນມາ ​ແລະ
ຈະເປັນເທື່ອ​ທໍາ​ອິດ​ນັບ​ແຕ່​ລັດຖະບານ​ໃໝ່​ເລີ້ມ​ທໍາການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ຕົນ.
ທ່ານ​ພັນ​ກິ​ມູນ​ຈະ​ທໍາ​ການ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ Thein Sein ​ແລະ​ທ່ານ​ນາງ
ອອງຊານ ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ ທີ່​ໄດ້​ຊະນະ​ບ່ອນ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ໃນ​ລະຫວ່າງ
ການເລືອກ​ຕັ້ງຮອບ​ພິ​ເສດ​ໃນ​ຕົ້ນ​ເດືອນ​ນີ້.

ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ພວກ​ຜູ້​ແທນ​ຕື່ມ​ອີກ 42 ທ່ານ​ທີ່​ສັງກັດ​ໃນ​ພັກ​ສັນນິບາດ​ແຫ່ງ​
ຊາດເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ບໍ່​ຍອມ​ເຂົ້າ ​ໄປ​ນັ່ງ​ຢູ່​ໃນບ່ອນ​ນັ່ງ​ຂອງ​ເຂົາ​ເຈົ້າ​ໃນ​ຕອນ​
ເປີດ​ສະໄໝປະຊຸມ​ສະພາ​ໃນ​ວັນ​ຈັນວານ​ນີ້​ເນື່ອງ​ຈາກ​ມີ​ບັນຫາ​ຂັດ​ແຍ່ງ​ກັນ​ເລື້ອງ​ຄໍາ​ເວົ້າ​ກ່ຽວ
ກັບ​ຄໍາ​ສາບານເຂົ້າ​ຮັບ​ຕໍາ​ແໜ່​ງນັ້ນ.

ພວກ​ຜູ້​ແທນ​ເຫຼົ່າ​ນີ້​ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ຢາກ​ໃຫ້​ປ່ຽນ​ຄໍາ​ເວົ້າ​ຢູ່​ໃນຄໍາ​ສາບານໂດຍ​ໃຫ້​ເວົ້າ​
ວ່າ ພວກ​ຜູ້​ແທນຈະ​ເຄົາລົບ​ນັບຖື ​ແທນ​ທີ່​ຈະ​ວ່າ ປົກ​ປ້ອງ​ຄຸ້ມ​ຄອງລັດຖະທໍາ​ມະນູນ​ນັ້ນ ຊຶ່ງ​
ຄໍາ​ເວົ້າດັ່ງກ່າວ​ນີ້​ແມ່ນ​ຮ່າງ​ຂຶ້ນ​ໂດຍອະດີດ​ລັດຖະບານ​ທະຫານນັ້ນ ​ແຕ່​ພັກ​ລັດຖະບານ​ທີ່​
ປົກຄອງ​ປະເທດ​ໃນ​ປັດຈຸບັນ ຍັງ​ບໍ່​ທັນ​ຮັບ​ເອົາ​ເລື່ອງ​ນີ້​ເທື່ອ.

ທ່ານ​ພັນ​ກິ​ມູນກ່າວ​ວ່າ ທ່ານ​ຫວັງ​ວ່າທັງ​ສອງ​ຝ່າຍ​ຈະ​ສາມາດຊອກ​ຫາ​ທາງ​ເພື່ອ​ໃຫ້​ມີການ
ຕົກລົງແລະ​ປອງ​ດອງ​ກັນທີ່​ທັງສອງ​ຝ່າຍສາມາດ​ຮັບເອົາ​ໄດ້​ສຳ​ຫຼັບ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​
ກັນ​ນີ້​.

XS
SM
MD
LG