ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ໃຫ້ຄວາມໝັ້ນໃຈຊໍ້າອີກ ແກ່ມຽນມາ


ທ່ານ Vijay Nambiar ທູດພິເສດສະຫະປະຊາຊາດກ່ຽວກັບມຽນມາ ກັບທ່ານນາງອອງຊານຊູຈີ ຜູ້ນໍາພັກຝ່າຍຄ້ານຂອງມຽນມາ,
ວັນທີ 13 ກຸມພາ 2012.
ທ່ານ Vijay Nambiar ທູດພິເສດສະຫະປະຊາຊາດກ່ຽວກັບມຽນມາ ກັບທ່ານນາງອອງຊານຊູຈີ ຜູ້ນໍາພັກຝ່າຍຄ້ານຂອງມຽນມາ, ວັນທີ 13 ກຸມພາ 2012.

ໃນ​ຂະ​ນະ​ດຽວ​ກັນ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ສະຫະ​ປະຊາ​ຊາດ​ທ່ານນຶ່ງໄດ້ໃຫ້​ຄວາມ​ໝັ້ນ
ໃຈ​ແກ່ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ​ວ່າ ຄໍາ​ໝັ້ນ​ໝາຍ​ຂອງສະຫະ​ປະຊາ​ຊາດ​ຕໍ່ການ​ສະໜັບສະ
ໜຸນ​ການ​ປະຕິ​ຮູບ​ຕ່າງໆ​ໃນ​ມຽນມາ​ນັ້ນ ​ແມ່ນ​ໜັກ​ແໜ້ນ.

ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Vijay Nambiar ໄດ້​ຖະ​ແຫລ​ງຕໍ່​ກອງ​
ປະຊຸມ​ວ່າ​ດ້ວຍ​ການ​ພັດທະນານະ​ໂຍບາຍ​ ​ໃນ​ນະ​ຄອນຫລວງ Naypytaw ວ່າ ສະຫະ
​ປະຊາ​ຊາດ​ຕຽມ​ພ້ອມ​ທີ່​ຈະ​ຊ່ອຍ​ເຫລືອມຽນມາ​ ໃຫ້ກ້າວ​ທັນ​ກັບ​ການ​ປ່ຽນ​ແປງ​ຂອງ​ໂລກ
ໂດຍ​ຈະ​ເພີ່ມ​ຄວາມ​ພະຍາຍາມ​ຂອງ​ຕົນ​ຂຶ້ນ​ເປັນ​ສອງ​ເທົ່າ ​ເພື່ອ​ຊ່ອຍ​ລັດຖະບານ​ປັບປຸງ​
ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມຽນມາ ​ໃຫ້​ດີ​ຂຶ້ນ.

ກອງ​ປະຊຸມ​ 3 ມື້​ ທີ່ເລີ້ມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ຈັດ​ຂຶ້ນ​ມາໂອ້​ລົມ​ສົນ ທະນາ​ກັນ​ເລື້ອງ​ທາງ​
ເລືອກ​ຕ່າງໆ​ໃນ​ດ້ານ​ນະ​ໂຍບາຍ ​ເລື້ອງ​ບູລິມະສິດ​ ແລະ​ການ​ປະຕິ​ຮູບ​ສະ​ຖາ​ບັນ​ຕ່າງໆ
ເພື່ອເລັ່ງ​ລັດການພັດທະນາ​ມະນຸດ ​ທີ່​ຮວມ​ເອົາ​ທຸກ​ຊົນ​ເຜົ່າ​ເຂົ້າ​ນໍາໃນ​ມຽນມາ​ນັ້ນ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ນໍາເອົາພວກ​ນັກ​ຊ່ຽວຊານໃນ​ປະ​ເທດ​ແລະ​ນາໆ​ຊາດຫລາຍ​ກວ່າ 40
ທ່ານ ມາ​ເຂົ້າ​ປະກອບສ່ວນໃນການ​ອະພິປາຍ​ບັນຫາຕ່າງໆ ຜ່ານ​ການ​ແບ່ງປັນ​ກັນ​ເລື່ອງ​
ປະສົບ​ປະການ​ພາຍ​ໃນ​ປະ​ເທດ ພາຍ​ໃນ​ຂົງ​ເຂດ​ແລະ​ຈາກ​ປະ​ເທດ​ອື່ນໆ.

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ມຽນມາ​ໄດ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ຈໍານວນ​ນຶ່ງ
ຮວມທັງ​ທ່າ​ນນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ ທີ່​ໄດ້​ຖືກ​ກັກ​ໃຫ້​ຢູ່​ໃນ​ບໍລິ​ເວ​ນບ້ານ​ເຮືອນ​
ມາ​ຫລາຍ​ປີ ​ແລະ​ເວລາ​ນີ້​ກໍາລັງວາງ​ແຜນ​ຈະ​ເຂົ້າ​ແຂ່ງຂັນ​ຊີງ​ເອົາ​ບ່ອນ​ນັ່ງ​ຢູ່​ໃນ​ສະພາ​ແຫ່ງ
ຊາດນັ້ນ. ນອກ​ນັ້ນ​ ມຽນມາຍັງ​ໄດ້​ໄຂ​ການ​ໂອ້​ລົມ​ສົນທະນາ​ສັນ​ຕິພາບ​ກັບ​ພວກກະບົດ​ຊົນ
ເຜົ່າ ແລະ​ຜ່ອນຄາຍ​ໃນ​ການ​ຄວບ​ຄຸມ​ສື່​ມວນ​ຊົນ​ນໍາ.

ພວກ​ທີ່​ຕໍາ​ໜິຕິຕຽນ​ມຽນມາ ກ່າວ​ວ່າ ​ເຖິງ​ແມ່ນ​ມີ​ການ​ໂອນ​ອໍານາດຈາກ​ພວກ​ທະຫານໃຫ້​
ມາ​ຢູ່​ພາຍ​ໃຕ້​ການ​ປົກຄອງຂອງ​ພົນລະ​ເຮືອນ​ກໍ​ຕາມ ​ແຕ່​ພວກ​ນາຍພົນທະຫານ​ກໍຍັງ​ຄອບ
ງໍາ​ລັດຖະສະພາ​ແລະ​ການ​ເມືອງ​ນັ້ນ​ຢູ່.

XS
SM
MD
LG