ເຈົ້າໜ້າທີ່ໃນປະເທດມຽນມ້າ ທີ່ປົກຄອງໂດຍທະຫານນັ້ນ ເວົ້າວ່າ ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດທ່ານນຶ່ງ ຈະໄປຢ້ຽມຢາມມຽນມ້າເພື່ອພົບປະກັບພວກເຈົ້າໜ້າທີ່ທະຫານ ແລະ ທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມາ ທີ່ຫາກໍໄດ້ຖືກປ່ອຍອອກຈາກການຖືກກັກບໍລິເວນຫວ່າງບໍ່ດົນມານີ້.
ພວກເຈົ້າໜ້າທີ່ ທີ່ບໍ່ປະສົງຈະບອກຊື່ ກ່າວໃນວັນສຸກມື້ນີ້ວ່າ ທ່ານ ວິໃຈ ນາມເບຍ ຫົວ ໜ້າຫ້ອງການຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ພັນ ກິມູນ ຈະທຳການໂອ້ລົມກັບ ຜູ້ນໍາຂອງພັກທີ່ທະຫານໜູນຫລັງ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເມື່ອຕົ້ນເດືອນນີ້.
ພວກເຈົ້າໜ້າທີ່ເວົ້າວ່າ ທ່ານ ນາມເບຍ ມີກຳນົດຈະໄປເຖິງນະຄອນຢ້າງກຸ້ງ ເມືອງ ໃຫຍ່ສຸດຂອງມຽນມາ ໃນວັນເສົາມື້ອື່ນ ເພື່ອທຳການຢ້ຽມຢາມເປັນເວລາສອງວັນ.
ນັບຕັ້ງແຕ່ໄດ້ຖືກປ່ອຍອອກຈາກການຖືກກັກບໍລິເວນໃຫ້ຢູ່ໃນເຮືອນ ນັບແຕ່ ວັນທີ 7 ພະ ຈິກ ເປັນຕົ້ນມາ ທ່ານນາງ ອອງຊານ ຊູຈີ ແມ່ນໄດ້ຕ້ອນຮັບການຢ້ຽມຢາມຂອງພວກນັກການທູດ, ບັນດາຜູ້ຕາງໜ້າຂອງອົງການສະຫະປະຊາຊາດ, ພວກນັກການເມືອງ ແລະ ອົງການສາກົນຕ່າງໆຢ່າງບໍ່ຂາດໄລຍະ. ທ່ານນາງໄດ້ກ່າວໃຫ້ເປັນທີ່ແຈ້ງຂາວແລ້ວວ່າ ທ່ານນາງມີແຜນທີ່ຈະສືບຕໍ່ດຳເນີນໄປຕາມເປົ້າໝາຍຂອງທ່ານນາງ ທີ່ຈະເຮັດໃຫ້ມຽນມາເປັນປະເທດປະຊາທິປະໄຕ ແຕ່ທ່ານນາງກໍໄດ້ລະມັດລະວັງ ທີ່ຈະບໍ່ເວົ້າຫຍັງ ໃຫ້ເປັນການທ້າທາຍຕໍ່ພວກທະຫານ.