ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າ ສປຊ ຍ້ອງຍໍ ຜູ້ນໍາຝ່າຍຄ້ານ ໃນມຽນມາ (ເບິ່ງສະໄລດ໌)


ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາດ ແລະທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວຕໍ່ນັກຂ່າວ ຫຼັງຈາກພົບປະກັນແລ້ວ ໃນນະຄອນຢ້າງກຸ້ງ, ມຽນມາ.
ວັນທີ 1 ພຶດສະພາ 2012..
ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາດ ແລະທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວຕໍ່ນັກຂ່າວ ຫຼັງຈາກພົບປະກັນແລ້ວ ໃນນະຄອນຢ້າງກຸ້ງ, ມຽນມາ. ວັນທີ 1 ພຶດສະພາ 2012..

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ຍ້ອງຍໍທ່ານ​ນາງ​ອອງຊານ​ຊູ​ຈີທີ່​ຖືກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ໃໝ່​ຂອງ​ສະພາ​ແຫ່ງ​ຊາດຂອງ​ມຽນມາ​ແລະ​ຫົວ​ນິຍົມ​ປະຊາທິປະ​ໄຕທີ່​ຕົກລົງ​ຍຸດຕິການ​ຄັດຄ້ານເຂົ້າ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ທີ່​ຄອບ​ງໍາ​ໂດຍ​ພວກ​ທະຫານນັ້ນ.

ທ່ານ​ພັນ​ກິ​ມູນ​ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະທີ່​ພວມ​ພົບ​ປະກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ທີ່​ບ້ານ​ພັກ​ຂອງ​ທ່ານ​ນາງ​ ແຄມ​ບຶງ​ແຫ່ງ​ນຶ່ງ​ໃນນະຄອນຫຼວງ​ການ​ຄ້າ​ຢ້າງ​ກຸ້ງ​ນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ນາງ​ອອງຊານ​ຊູ​ຈີ​ແລະ​ພວກ​ສະມາຊິກ​ຂອງ​ພັກ ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາໄດ້ປະກາດ​ໃຫ້​ຮູ້ວ່າ ພວກ​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ສະພາເປັນ​ຄັ້ງທໍາ​ອິດ​ໃນ​ວັນ​ພຸດ​ມື້ອື່ນ​ນີ້​ເພື່ອ​ສາບານ​ເຂົ້າ​ຮັບ​ຕໍາ​ແໜ່​ງ.

ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຫຼື NLD ​ໄດ້​ຄັດຄ້ານ​ຕໍ່​ຂໍ້ ຄວາມ​ໃນຄໍາ​ສາບານທີ່​ບັງຄັບ​ໃຫ້ພວກ​ສະມາຊິກ​ສະພາ​ກ່າວວ່າ ປົກ​ປ້ອງ​ຄຸ້ມ​ຄອງ​ລັດຖະທໍາ​ມະນູນຊຶ່ງ​ໄດ້​ຮ່າງ​ຂຶ້ນ​ໂດຍ​ພວກ​ອະດີດທະຫານ​ທີ່ປົກຄອງ​ປະ​ເທດ​ ແລະ​ວ່າ ການ​ຈົ່ງ​ບ່ອນ​ນັ່ງ​ໄວ້​ຕ່າງຫາກ​ໃນ​ຈໍານວນ 1 ສວນ 4 ຂອງ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ​ ໃນ​ສະພາ​ ໄວ້​ໃຫ້​ພວກທະຫານ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຕັ້ງ​ໂດຍ​ປະຊາຊົນ​ນັ້ນ.

ບັດ​ນີ້​ກຸ່ມ​ຝ່າຍ​ຄ້ານ​ໄດ້​ຕົກລົງ​ທີ່​ຈະ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ, ​ແຕ່ ປະຕິຍານ​ວ່າ​ຈະ​ຊຸກຍູ້
ໃຫ້​ມີ​ການ​ປ່ຽນ​ແປງ​ລັດຖະທໍາ​ມະນູນ​ໂດຍ​ຜ່ານການ​ເຄື່ອນ​ໄຫວ​ທາງ​ນິຕິບັນຍັດ. ທ່ານ​ນາງ
ອອງຊານ​ຊູ​ຈີ ກ່າວ​ໃນວັນ​ອັງຄານມື້​ນີ້​ວ່າ ທ່ານ​ນາງ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ທໍາ​ການ​ປະນີປະ
ນອມ​ເພື່ອ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດຂອງ​ການ​ປະຕິ​ຮູບ.

ນັບ​ວ່າ​ເປັນ​ການ​ພົບ​ປະ​ຄັ້ງ​ທໍາ​ອິດ​ລະຫວ່າງ​ທ່ານ​ນາງ​ອອງຊານ​ຊູ​ຈີ ແລະ​ຫົວໜ້າ​ອົງການ​ສະ
ຫະ​ປະຊາ​ຊາດ ທີ່​ກໍາລັງ​ທໍາ​ການ​ຢ້ຽມຢາມມຽນມາ​ເປັນ​ເວລາ 3 ມື້.

ໃນ​ການ​ກ່າວ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ​ຂອງ​ມຽນມາ​ໃນ​ວັນ​ຈັນວານ​ນີ້ ທ່ານ​ພັນ​ກິ​ມູນ ​ໄດ້​ສະ
ແດງ​ໃຫ້ການ​ສະໜັບສະໜຸນການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະໄຕທີ່ໄດ້​ເລີ້ມ​ມາ​ໂດຍ
ລັດຖະບານ​ພົນລະ​ເຮືອນ​ແຕ່​ໃນ​ນາມ​ຊື່ໆ ທີ່​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງໃນ​ປີ​ແລ້ວ​ນີ້.

ຫົວໜ້າ​ສະຫະ​ປະຊາ​ຊາດ​ຍັງ​ໄດ້​ກ່າວ​ຍ້ອງຍໍ​ປະຊາ​ຄົມນາໆ​ຊາດ​ເຊ່ນກັນ ​ທີ່​ໄດ້​ເອົາ​ບາດ
ກ້າວ​ຕ່າງໆ​ເພື່ອ​ຜ່ອນຄາຍ​ການ​ລົງ​ໂທດ​ຂອງ​ຕົນມາ​ເປັນ​ເວລາ​ດົນ​ນານ​ຕໍ່​ອໍານາດ​ປົກຄອງ​
ທະຫານ​ມຽນມາ ແລະຮຽກຮ້ອງ​ໃຫ້ຕ່າງປະ​ເທດ​ເຂົ້າ​ໄປ​ລົງທຶນ​ໃນ​ມຽນມາທີ່​ຕັ້ງຢູ່ພາກ
ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້.

XS
SM
MD
LG