ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ຮຽກຮ້ອງ ໃຫ້ມຽນມາ ປະຕິຮູບ ຕາມທີ່ໄດ້ຮັບປາກໄວ້


ບັນດາຜູ້ຕາງໜ້າກຸ່ມ ປະເທດເພື່ອນມິດຂອງມຽນມາ ອອກຄໍາຮຽກຮ້ອງໃຫ້ມຽນມາ ທໍາການປະຕິຮູບ ຢູ່ທີ່ອົງການສະຫະປະຊາຊາດ, ວັນທີ 27 ກັນຍາ 2011.
ບັນດາຜູ້ຕາງໜ້າກຸ່ມ ປະເທດເພື່ອນມິດຂອງມຽນມາ ອອກຄໍາຮຽກຮ້ອງໃຫ້ມຽນມາ ທໍາການປະຕິຮູບ ຢູ່ທີ່ອົງການສະຫະປະຊາຊາດ, ວັນທີ 27 ກັນຍາ 2011.

ລັດຖະມົນຕີຂອງນາໆຊາດກຸ່ມນຶ່ງ ທີ່ນໍາໂດຍເລຂາທິການໃຫຍ່ອົງການສະຫະປະຊາຊາດ
ໄດ້ຮຽກຮ້ອງໃຫ້ທ່ານ Thien Sein ປະທານາທິບໍດີ ມຽນມາຈົ່ງປະຕິບັດຕາມຄໍາໝັ້ນສັນ ຍາທີ່ໃຫ້ໄວ້ວ່າປະເທດຊາດຂອງທ່ານ ຈະເຄຶ່ອນໄຫວໄປໜ້າໃຫ້ທ່ວງທັນກັບໂລກທີ່ກໍາລັງ
ປ່ຽນແປງຢູ່ໃນຂະນະນີ້.

ທ່ານ ພັນ ຄີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ອອກຖະແຫລງການສະ
ບັບນຶ່ງໃນວັນອັງຄານວານນີ້ ຫລັງຈາກໄດ້ປຶກສາຫາລື ກັບບັນດາປະເທດໃນຂົງເຂດ
ເອເຊຍຕາເວັນອອກສຽງໃຕ້ກັບກຸ່ມທີ່ເອີ້ນກັນ ວ່າ ປະເທດເພື່ອນມິດຂອງມຽນມາ ນັ້ນ

ທ່ານ ພັນ ຄີມູນ ກ່າວວ່າ ມຽນມາພວມປະເຊີນກັບບັນຫາທ້າທາຍທາງ ດ້ານການເມືອງ
ສິດທິມະນຸດ ແລະການພັທະນາຈຳນວນນຶ່ງ ແຕ່ທ່ານກ່າວວ່າ ການປ່ຽນແປງແມ່ນມີທາງ ເປັນໄປໄດ້ແລະມີຄວາມຈໍາເປັນ. ພ້ອມດຽວກັນທ່ານກໍໄດ້ຮຽກຮ້ອງໃຫ້ພວກລັດຖະບານ
ຕ່າງໆເລິ່ມທຳການສົນທະນາໂອ້ລົມກັບທຸກໆກຸ່ມການເມືອງແລະໃຫ້ປ່ອຍພວກນັກໂທດ
ການເມືອງທັງໝົດທີ່ຍັງເຫລືອນັ້ນອອກຈາກຄຸກ.

ນອກນີ້ແລ້ວທ່ານ ພັນ ຄີມູນຍັງໃຫ້ຂໍ້ສັງເກດຕື່ມວ່າ ລັດຖະມົນຕີຕ່າງປະ ເທດຂອງມຽນມາ ໃນຄໍາປາໄສຂອງທ່ານຕໍ່ສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອຕອນເຊົ້າຂອງວັນອັງ
ຄານວານນີ້ ທີ່ເວົ້າວ່າ ການນີລະໂທດກໍາແຕ່ຫົວທີນັ້ນກໍາລັງຖືກພິດຈາລະນາ. ທ່ານ ພັນ
ຄີມູນ ກ່າວວ່າ ຄໍາໝັ້ນສັນຍາຕ່າງໆທີ່ໃຫ້ໄວ້ໃນທຳນອງນີ້ແມ່ນຈະຕ້ອງໄດ້ຖືກນໍາປະຕິບັດ ໃຫ້ໄດ້ຢ່າງເຕັມເມັດເຕັມໜ່ວຍ ໃນລັກສະນະທີ່ມີຄຸນນະພາບ ແລະ ສໍາຄັນທີ່ສຸດ.

ທ່ານ ພັນ ຄີມູນ ຍັງໄດ້ຮຽກຮ້ອງໃຫ້ປະຊາຄົມນານາຊາດຈົ່ງພາກັນ ສະໜັບສະໜຸນການ
ປ່ຽນແປງໃນມຽນມາ.

ແຕ່ທ່ານ ວັນນາ ມ່ອງ Lwin ລັດຖະມົນຕີຕ່າງປະເທດຂອງມຽນມາໄດ້ ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດທີ່ນະຄອນນິວຢອກວ່າ ຂັ້ນຕອນການການປະຕິຮູບດ້ານ ສັງຄົມແລະການເມືອງຢູ່ໃນປະເທດມຽນ ມານັ້ນແມ່ນຕ່າວປີ້ນບໍ່ໄດ້ ຊຶ່ງທ່ານໄດ້ໃຫ້ຄໍາໝັ້ນ
ສັນຍາ ທີ່ຈະໃຫ້ມີສິດທິເທົ່າທຽມກັນແກ່ປະຊາຊົນຂອງຕົນທັງໝົດ.

ການກ່າວອ້າງເຖິງນະໂຍບາຍການປະຕິຮູບເສດຖະກິດແລະສັງຄົມຂອງ ທ່ານນັ້ນເກືອບວ່າ
ຖືກທ້າທາຍໂດຍທັນທີ ໂດຍກຸ່ມສິ້ງຊອມສິດທິມະນຸດ Human Rights Watch ທີ່ທ່ານ
ນາງ Elaine Pearson ຮອງຜູ້ອໍາ ນວຍການຝ່າຍເອເຊຍຂອງກຸ່ມດັ່ງກ່າວນີ້ ກ່າວວ່າ
ລັດຖະບານຊຸດໃໝ່ ຂອງມຽນມາ ຈະຕ້ອງປ່ອຍພວກນັກໂທດການເມືອງທັງໝົດ ຖ້າຫາກ
ວ່າ ການປະຕິຮູບທີ່ອ້າງໄປນັ້ນຈະຖືເອົາເປັນເລື່ອງຈິງຈັງໄດ້.

XS
SM
MD
LG