ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງ ມຽນມາ ໃຫ້ຫັນປ່ຽນໄປສູ່ລະບອບ ປະຊາທິປະໄຕ


ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ຢືນຮຽງຂ້າງ
ກັບທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດ
ສະຫະລັດ.
ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ ຢືນຮຽງຂ້າງ ກັບທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດ ສະຫະລັດ.



















ທ່ານ​ພັນກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ​ກຸ່ມ 14 ປະ​ເທດ ​ບວກ​ກັບ ​ສະຫະພາບ​ຢູ​ໂຣບ​ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ນໍາພາ​ທະຫານ​ທີ່​ປົກຄອງ​ມຽນມາໃນ​ປັດຈຸບັນ​ໃຫ້​ຫັນປ່ຽນ​ໄປ​ສູ່​ລະບອບ​ແບບ​ປະຊາທິປະ​ໄຕ​ ທີ່​ມີ​ພື້ນຖານ​ກວ້າງຂວາງ​ແລະຮວມ​ເອົາ​ທຸກ​ພັກ​ຝ່າຍ.

ທ່ານ​ພັນ​ກິ​ມູນ ​ໄດ້​ພົບ​ປະ​ກັບອີກ 15 ປະ​ເທດ​ສະມາຊິກຂອງ​ກຸ່ມຈັດ​ຕັ້ງ​ຂອງ​ທ່ານ​ທີ່​ເອີ້ນ​ວ່າ ​ກຸ່ມເພື່ອນ​ມິດ​ກ່ຽວ​ກັບ​ມຽນມາ ທີ່​ສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້.

ທາງສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ Vijay Nambiar ທູດ​ພິ​ເສດ​ສະຫະ​ປະຊາ​ຊາດໄດ້​
ລາຍ​ງານໂດຍ​ສັງ​ເຂ​ບຕໍ່​ກຸ່ມ 15 ປະ​ເທດ​ດັ່ງກ່າວ ​ກ່ຽວ​ກັບ​ການ​ຢ້ຽມຢາມ​ມຽນມາ​ຂອງທ່ານ
ໃນ​ເດືອນ​ພະຈິກ​ຜ່ານ​ມາ ທີ່​ມີ​ຂຶ້ນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປທີ່​ຝ່າຍ​ທະຫານ​ໄດ້​ຈັດ​ຂຶ້ນ
ແລະ​ການ​ປ່ອຍ​ໂຕ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນໍາ​ຝ່າຍ​ຄ້ານ​ ໃນ​ເວລາ​ຕໍ່​ມາ​ນັ້ນ.

ກຸ່ມ​ປະ​ເທດ​ເພື່ອນ​ມິດ​ກ່ຽວ​ກັບ​ມຽນມາ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ເຫລົ່າ​ນີ້ ຄວນ​ຈະເຮັດ
ໃຫ້​ພວກ​ທະຫານ​ມຽນມາ​ ຢູ່​ໃນ​ທ່າ​ທີ່ດີກ​ວ່າ​ເກົ່າ​ເພື່ອ​ເຄື່ອນ​ໄຫວ​ໄປ​ສູ່​ການ​ເປີດກວ້າງ
ຫລາຍ​ຂຶ້ນ ການ​ໂອ້​ລົມ​ສົນທະນາ​ ແລະ​ຄວາມ​ປອງ​ດອງ​ກັນ.

ນອກ​ນັ້ນ​ ກຸ່ມດັ່ງກ່າວ​ຍັງ​ເວົ້າ​ຕື່ມ​ວ່າ ການ​ຫັນປ່ຽນ​ທີ່ສໍາ​ເລັດ​ຜົນ​ໃນ​ມຽນມາ ຈະ​ຕ້ອງ​ພົວພັນ​ ບໍ່​ພຽງ​ແຕ່ກັບ​ພວກ​ທີ່ໄດ້ປະກອບສ່ວນ​ແລະ​ຊະນະ​ບ່ອນ​ນັ່ງ​ໃນ​ການ​ເລືອກຕັ້ງ​ເທົ່າ​ນັ້ນ ​ແຕ່​ກັບ​ພວກ​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ ຫລື​ບໍ່​ສາມາດ​ເຂົ້າ​ຮ່ວມ​ໃນການ​ເລືອກ​ຕັ້ງໄດ້ເຊ່ນ​ກັນ ຊຶ່ງກໍ​ຄື​ພວກ​ນັກ​ໂທດ​ການ​ເມືອງ​ຕ່າງ​ໆ​ ທີ່​ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ​ ຈະ​ຕ້ອງຖືກ​ປ່ອຍ​ໂຕ​ທັງ​ໝົດນັ້ນ.

XS
SM
MD
LG