ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາ ຕັດສິນ ປະຫານຊີວິດ ເຜົ່າໂຣຮິງຢາ ສອງຄົນ


ປະຊາຊົນທ້ອງຖິ່ນພາກັນຫລ່ຽນແຖວເອົາຖົງເຂົ້າ ທີ່ແຈກຢາຍໃຫ້ໂດບເອກກະຊົນ ໃນຂະນະທີ່ເຂົາເຈົ້າພາກັນລີ້ໄພຢູ່ ໃນວັດ ໃນເມືອງຫລວງຂອງລັດ ຣາຄີນ ຢູ່ພາກຕາເວນຕົກຂອງ ມຽນມາ.
ປະຊາຊົນທ້ອງຖິ່ນພາກັນຫລ່ຽນແຖວເອົາຖົງເຂົ້າ ທີ່ແຈກຢາຍໃຫ້ໂດບເອກກະຊົນ ໃນຂະນະທີ່ເຂົາເຈົ້າພາກັນລີ້ໄພຢູ່ ໃນວັດ ໃນເມືອງຫລວງຂອງລັດ ຣາຄີນ ຢູ່ພາກຕາເວນຕົກຂອງ ມຽນມາ.

ສື່​ມວນ​ຊົນຂອງ​ລັດຖະບານມຽນມາກ່າວ​ວ່າ ຜູ້​ຊາຍ​ສອງ​ຄົນ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​
ປະຫານ​ຊີວິດ ຍ້ອນ​ຂົ່ມຂືນ ແລະ​ຂ້າແມ່ຍິງ​ຄົນນຶ່ງ​ຕາຍ ທີ່ເປັນ​ເຫດກໍ່ໃຫ້​ເກີດການ​
ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ລະ​ຫວ່າງຊາວ​ພຸດ​ແລະ​ຊາວ​ມຸລິ​ມ.

ໜັງ​ສື​ພີ​ມ New Light of Myanmar ຂອງ​ທາງ​ການ ລາຍ​ງານ​ວ່າ ​ໃນ​ວັນ​ອັງຄານ
ມື້ນີ້​ວ່າ ສານ​ໃນ​ລັດຣາຄີ​ນ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາໄດ້ອອກ​ຄຳ​ຕັດສິນ
ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີຫຼາຍກວ່າ 50 ຄົນ​ໄດ້ເສຍ​ຊີວິດ ​ຍ້ອນ​ຄວາ​ມຮຸນ​ແຮງໃນ​
ໄລຍະ​ສອງ​ສາມ​ອາທິດ​ ຜ່ານມານີ້.

​ພວກເຈົ້າ​ໜ້າ​ທີ່ໄດ້​ຄຸມ​ຂັງຊາວມຸສລິ​ມ​ເຜົ່າ Rohingya 3 ຄົນຫຼັງ​ຈາກ​ໄດ້​ມີ​ການ
ສັງຫານແມ່ຍິງ​ຊາວ​ພຸດຄົນ​ນຶ່ງ ​ໃນ​ວັນ​ທີ່ 28 ພຶດ​ສະພາ ​ແຕ່​ສື່​ມວນ​ຊົນຂອງ​ລັດ​ຖະບານ
​ກ່າວ​ວ່າ ນຶ່ງ​ໃນ​ພວກ​ຈຳ​ເລີຍ ໄດ້​ຜູກ​ຄໍ​ຕາຍ​ຢູ່​ໃນ​ຄຸກ​ ໃນ​ຕົ້ນ​ເດືອນ​ນີ້.

ຄວາມ​ຮຸນ​ແຮງ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ວັນ​ທີ 3 ​ມິຖຸນາ ເວລາຊາວ​ພຸດກຸ່ມ​ນຶ່ງ​ທີ່​ເມືອງຣາຄີ​ນ
ດັກ​ສະກັດ​ໂຈມ​ຕີ​ລົດ​ເມ ​ແລະ​ສັງຫານຜູ້​ໂດຍສານ​ເຜົ່າ Rohingya 10 ຄົນ ໃນ​ອັນ​ທີ່
​ປະກົດ​ວ່າ ເປັນ​ການ​ແກ້​ແຄ້ນ​. ການ​ຕໍ່ສູ້​ກັນ​ໄດ້​ແຜ່​ລາມ​ອອກ​ໄປ​ຢ່າງ​ວ່ອງ​ໄວ ຊຶ່ງ​ໄດ້​ມີ
​ການ​ໂຈມ​ຕີ​ຕອບໂຕ້​ດ້ວຍ​ການຈູດ​ເຜົາ​ບ້ານ​ເຮືອນຫຼາຍ ກວ່າ 2,500 ຫລັງ ​ທີ່​ເຮັດ​ໃຫ້
ຫລາຍ​ສິບ​ພັນ​ຄົນໃນເມືອງຣາຄີ​ນ ບໍ່​ມີ​ບ່ອນພັກ​ພາ​ອາ​ໄສ.

ຄວາມ​ຮຸນ​ແຮງ​ປະກົດ​ວ່າ​ໄດ້​ລົດ​ລົງ ​ນັບ​ແຕ່ທ້າຍ​ອາທິດ​ແລ້ວ​ນີ້​ມາ ຫລັງ​ຈາກ​ກອງທັບ
ມຽນມາ​ໄດ້​ປະກາດ​ພາວະ​ສຸກ​ເສີນ ແລະ​ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ
ໄປພົບ​ກັບ​ຜູ້​ນໍາ​ທ້ອງ​ຖິ່ນ ​ເພື່ອ​ຊັ່ງ​ຊາຕີ​ລາຄາ​ເບິ່ງ​ສະ​ຖານະ​ການ.

XS
SM
MD
LG