ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາວ່າ ການກໍ່ຄວາມຮຸນແຮງ ຢູ່ລັດຣາຄິນ ບໍ່ມີສ່ວນກ່ຽວຂ້ອງ ກັບສາສະໜາ


ໃນວັນທີ16 ມິຖຸນາ, 2012 ຊາຍຜູ້ນຶ່ງຍ່າງຜ່ານຄຸ້ມບ້ານ ທີ່ຖືກຈູດເຜົາໃນໄລຍະທີ່ມີການກໍ່ຄວາມຮຸນແຮງ ຢູ່ເມືອງ Sittwe, ລັດຣາຄິນຫວ່າງໝໍ່ໆ ມານີ້
ໃນວັນທີ16 ມິຖຸນາ, 2012 ຊາຍຜູ້ນຶ່ງຍ່າງຜ່ານຄຸ້ມບ້ານ ທີ່ຖືກຈູດເຜົາໃນໄລຍະທີ່ມີການກໍ່ຄວາມຮຸນແຮງ ຢູ່ເມືອງ Sittwe, ລັດຣາຄິນຫວ່າງໝໍ່ໆ ມານີ້

ທ່ານ ເທນເຊນ ປະທານາທິບໍດີຂອງມຽນມາກ່າວວ່າ ເຫດການກໍ່ຄວາມຮຸນແຮງ ໃນ
ຊຸມຊົນລະຫວ່າງ​ຊາວ​ພຸດ​ ແລະຊາວໂຣຮິງຢາ ທີ່ເກີດຂຶ້ນໃນ​ລັດຣາຄິນຢູ່ທາງພາກຕາ ເວັນຕົກຂອງມຽນມາຫວ່າງໝໍ່ໆມານີ້ “ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບເລື້ອງຊົນຊາດ
ຊົນເຜົ່າ ແລະສາສະໜາ.​”

ທ່ານປະທານາທິບໍດີໄດ້ໃຫ້ຄໍາເຫັນດັ່ງກ່າວ ໃນວັນພະຫັດຜ່ານມານີ້ ໃນຂະນະທີ່ ທ່ານເປັນເຈົ້າພາບຕ້ອນຮັບການໄປຢ້ຽມຢາມຂອງລັດຖະມົນຕີການຕ່າງປະເທດເທີ
ກີ ທ່ານ Ahmet Davutoglu ທີ່ໄດ້ສະເໜີໃຫ້ການຊ່ວຍເຫລືອແກ່ຫຼາຍສິບພັພຄົນ
ທີ່ຕ້ອງ​ໄດ້​ຫຼົບໜີຈາກບ້ານເຮືອນຂອງຕົນ ຍ້ອນຄວາມຂັດແຍ່ງດັ່ງກ່າວ. ທ່ານ ເທນ
ເຊນກ່າວວ່າ ຄວາມວຸ້ນວາຍນີ້ ​ໄດ້ເກີດຂຶ້ນຍ້ອນມີການສັງຫານເດັກ​ຍິງຜູ້ນຶ່ງ ຢ່າງໂຫດ
ຫ້ຽມ ແລະຄວາມປາດຖະໜາຢາກແກ້ແຄ້ນຄືນ ຕໍ່ຜູ້ກໍ່ອາດຊະຍາກໍາເຫລົ່ານັ້ນ.

ອີງຕາມຕົວເລກທາງການ ການກໍ່ຄວາມຮຸນແຮງທາງສາສະໜາ ລະຫວ່າງຊົນເຜົ່າໂຣຮິງ
ຢາ ທີ່ນັບຖື​ສາສະໜາ​ອິສລາມ ແລະ​ຊາວ​ພຸດໃນລັດຣາຄິນ ໄດ້ເຮັດ ໃຫ້ຫລາຍສິບຄົນ
ເສຍຊີວິດ ນັບແຕ່ເດືອນພຶດສະພາເປັນຕົ້ນມາ. ແຕ່ວ່າກຸ່ມປົກ​ປ້ອງສິດທິມະນຸດບາງກຸ່ມ ແລະການລາຍງານຂອງສື່ມວນຊົນຕ່າງໆ ​ແນະວ່າ ຈໍານວນຄົນທີ່ເສຍຊີວິດອາດສູງກວ່ານັ້ນ.

ປະທານາທິບໍດີເທນເຊນ ໄດ້ປະຕິເສດຕໍ່ຂ່າວລືດັ່ງກ່າວໃນເວລາທີ່ໃຫ້ຄໍາເຫັນ ໃນວັນສຸກ
ວານນີ້ ຕໍ່ໜັງສືພິມ New Light ທີ່ຄວບຄຸມໂດຍທາງການມຽນມາ ໂດຍ​ເວົ້າວ່າ ທ່ານ
“ຕື່ນ​ຕົກ​ໃຈ​ຕໍ່​ການ​ສ້າງ​ຂ່າວຂອງສື່ມວນຊົນ.” ທ່ານກ່າວຢືນ ຢັນຫລາຍຄັ້ງວ່າ ມີແຕ່ 77 ຄົນເສຍຊີວິດ ຊຶ່ງໃນນັ້ນ 31 ຄົນ ແມ່ນຊາວ ພຸດລັດຣາຄິນ ແລະ 46 ຄົນແມ່ນຊາວໂຣຮິງຢາ.

XS
SM
MD
LG