ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ຢ່າງໜ້ອຍ 25 ຄົນ ເສຍຊີວິດ ໃນເຫດລົດໄຟ ຕົກລາງ ໃນມຽນມາ


Pekin aeroportida yaqinlarini kutayotganlar
ເຈົ້າໜ້າທີ່​ມຽນມາ​ກ່າວ​ວ່າ ລົດໄຟບັນທຸກຖັງນໍ້າມັນ​ໄດ້ຕົກລາງ
ໃນວັນສຸກຜ່ານມານີ້ ​ແລະເຮັດໃຫ້ຢ່າງໜ້ອຍ 25 ຄົນ ເສຍຊີວິດ.

ພວກເຈົ້າໜ້າທີ່ເວົ້າວ່າ ພວກຊາວບ້ານທີ່ຟ້າວພາກັນໄປເອົານໍ້າ
ມັນ ທີ່ໄຫລອອກມານັ້ນ ໄດ້ເສຍຊີວິດໄປ ເມື່ອຖັງນໍ້າມັນລະເບີດ
ຂຶ້ນ ແລະວ່າ ມີຄົນຫລາຍເຖິງ 62 ຄົນໄດ້ຮັບບາດເຈັບ.

ລົດໄຟດັ່ງກ່າວກໍາລັງເດີນທາງຈາກເມືອງມັນດາເລ ທາງພາກ
ເໜືອຂອງມຽນມາ ໃນເວລາມັນຕົກລາງນັ້ນ ແລະໄດ້ລະເບີດ
ເປັນແປວໄຟ ຢູ່ໃນເຂດ Saigaing ໃກ້ກັບຊາຍແດນອິນເດຍ.

ຍັງບໍ່ມີໃຜຮູ້ແຈ້ງເທື່ອວ່າ ແມ່ນຫຍັງພາໃຫ້ລົດໄຟຕົກຈາກລາງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG