ລັດຖະບານມຽນມາໄດ້ເປີດເຜີຍ “ແຜນແມ່ບົດ” ໃໝ່ ສໍາ
ລັບອຸດສະຫະກໍາການທ່ອງທ່ຽວຂອງຕົນ ທີ່ກໍາລັງເຕີບໃຫຍ່
ຂຶ້ນເລື້ອຍໆນັ້ນ ໃນຄວາມຫວັງທີ່ຈະດຶງດູດເອົານັກທ່ອງ
ທ່ຽວຕ່າງຊາດເຂົ້າໄປຢ້ຽມຢາມປະເທດທີ່ກໍາລັງມີການປ່ຽນ
ແປງ ຢ່າງໄວວາແຫ່ງນັ້ນ.
ຊາວຕ່າງປະເທດ ໄດ້ເລີ້ມຫລັ່ງໄຫລເຂົ້າໄປຍັງມຽນມາ ປະ
ເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ຄັ້ງນຶ່ງເຄີຍຢູ່
ໂດດດ່ຽວນັ້ນ ແລະໄດ້ທໍາການປ່ຽນແປງ ທາງດ້ານການ
ເມືອງ ແລະເສດຖະກິດຢ່າງຕໍ່ເນື່ອງແບບບໍ່ຄາດຝັນ ນັບ
ແຕ່ພວກຜູ້ນໍາທາງທະຫານຂອງປະເທດ ໄດ້ມອບອໍານາດ
ໃຫ້ແກ່ລັດຖະບານພົນລະ ເຮືອນແຕ່ໃນນາມໃນປີ 2011 ເປັນຕົ້ນມາ.
ພວກເຈົ້າໜ້າທີ່ລັດຖະບານຫວັງວ່າ ແຜນການທ່ອງທ່ຽວໃໝ່ດັ່ງກ່າວ ຈະສາມາດເຮັດ
ໃຫ້ສະພາບທີ່ດີດັ່ງກ່າວດໍາເນີນສືບຕໍ່ໄປ ແລະຊ່ວຍປັບປຸງເສດຖະກິດ ທີ່ຫຍຸ້ງຍາກ
ຂອງມຽນມາ ທີ່ໄດ້ປະເຊີນກັບຄວາມລໍາບາກມາເປັນເວລາຫລາຍໆ ປີ ຍ້ອນການ
ບໍລິຫານງານຢ່າງຜິດພາດ ແລະການລົງໂທດຂອງສາກົນນັ້ນ.
ແຜນການໃໝ່ ທີ່ໄດ້ຮັບທຶນສະໜັບສະໜູນໂດຍລັດຖະບານປະເທດນໍເວໄດ້ວາງໂຄງ
ການພັດທະນາຕ່າງໆ ທີ່ມີມູນຄ່າເກືອບຮອດ 500 ລ້ານໂດລາ ອັນ ລວມທັງການ
ຂະຫຍາຍເດີ່ນບິນຢູ່ເມືອງ Mandalay ແລະນະຄອນຫລວງເນປີດໍ, ປັບປຸງໂຄງລ່າງ
ພື້ນຖານຢູ່ໃນແລະອ້ອມແອ້ມ ບັນດາສະຖານທີ່ທ່ອງທ່ຽວ ທີ່ສໍາຄັນ ແລະໂຮງແຮມ
ຕ່າງໆ.
ໃນຖະແຫລງການທີ່ເຜີຍແຜ່ອອກໃນວັນພຸດມື້ນີ້ ທະນາຄານພັດທະນາເອເຊຍ ເວົ້າວ່າ
ຍຸດທະສາດໃໝ່ນີ້ ສາມາດຊ່ວຍເຮັດໃຫ້ການທ່ອງທ່ຽວ ກາຍເປັນເສົາຄໍ້າຫລັກ ຂອງເສດ
ຖະກິດມຽນມາ ແລະກາຍເປັນທ່າແຮງບົ່ມຊ້ອນ ໃນການສ້າງໂອກາດໃຫ້ມີວຽກເຮັດ
ງານທໍາ ທີ່ມີຄວາມໝາຍໄດ້.