ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາ ຕຽມປ່ອຍ ນັກໂທດ ກ່ອນທ່ານໂອບາມາ ໄປຢ້ຽມຢາມ (ວີດີໂອ)


ລັດຖະບານ​ມຽນມາ​ກ່າວ​ວ່າ ຕົນ​ຈະ​ປ່ອຍພວກ​ນັກ​ໂທດ​ຈໍານວນຫຼາຍຮ້ອຍ​ຄົນ ກ່ອນ​ໜ້າ ການໄປ​ຢ້ຽມຢາມ​ມຽນມາ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

ສື່​ມວນ​ຊົນ​ທາງ​ການ​ຂອງ​ມຽນມາ ​ໄດ້​ປະກາດເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ປະທານາທິບໍດີ ທຽນ ​ເຊ​ນ ຈະໃຫ້​ອະ​ໄພ​ໂທດ ​ແກ່​ນັກ​ໂທດ 452 ຄົນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ສົ່ງ​ເສີມ​ຄວາມສໍາພັນ​ແບບ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ. ທາງ​ການ​ມຽນມາ​ກ່າວ​ອີກ​ວ່າ ຈະ​ມີ​ນັກ​ໂທດ​ການ​ເມືອງ​ປົນ​ຢູ່​ໃນ​ຈໍານວນ​ພວກ​ທີ່ ຖືກ​ປ່ອຍ​ນັ້ນ ​ແຕ່​ກໍ​ບໍ່​ມີ​ລາຍ​ລະອຽດ​ວ່າ​ຈະ​ມີ​ເທົ່າ​ໃດ​ຄົນ.

ປະທານາທິບໍດີ ​ໂອ​ບາ​ມາ ຈະ​ເດີນທາງ​ໄປ​ເຖິງ​ມຽນມາ​ໃນ​ວັນ​ຈັນ​ອາທິດ​ໜ້າ​ນີ້ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ຈະ​ເຫັນ​ວ່າ ເພື່ອເປັນ​ການ​ຮັບຮອງຕໍ່ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ມຽນມາທີ່ເລີ່​ມ ປະຕິບັດ​ມາ​ ໄດ້​ປີ​ເຄິ່ງ​ແລ້ວ​ນັ້ນ.

ນັບ​ຕັ້ງ​ແຕ່​ເຂົ້າດໍາລົງ​ຕໍາ​ແໜ່​ງບໍລິຫານ​ປະ​ເທດ​ໃນ​ເດືອນ​ມີນາ​ ປີ 2011 ​ເປັນ​ຕົ້ນ​ມາ​ນັ້ນ ປະທານາທິບໍດີ ທຽນ ​ເຊ​ນ ​ໄດ້​ກໍາກັບ​ດູ​ແ​ລນໍາ​ການ​ປະຕິ ຮູບທາງ​ການ​ເມືອງຫຼາຍຢ່າງ ທີ່​ເອື້​ອອໍານວຍ​ໃຫ້​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ມຽນມາ ທີ່​ໄດ້​ຖືກ​ກັກ​ບໍລິ​ເວນ​ເປັນ​ເວລາ​ດົນ​ນານສາມາດປະ ກອບ​ສ່ວນ​ເຂົ້າຮ່ວມ​ໃນ​ການ​ດໍາ​ເນີນ​ການ​ທາງ​ດ້ານການ​ເມືອງ. ນອກ​ນີ້ແລ້ວ ປະທານາທິບໍດີ ທຽນ ​ເຊ​ນ ຍັງ​ໄດ້​ໃຫ້​ອະ​ໄພ​ໂທດ​ແກ່​ພວກນັກໂທດ ຫຼາຍຮ້ອຍ​ຄົນນໍາ​ດ້ວຍ.
XS
SM
MD
LG