ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຈະໃຫ້ ຄະນະກວດກາ ສປຊ ເຂົ້າໄປກວດ ສະຖານທີ່ຕ່າງໆ


ແຜນທີ່ມຽນມາ
ແຜນທີ່ມຽນມາ
ອົງການ​ນິວ​ເຄລຍ ຂອງສະຫະ​ປະຊາ​ຊາດ ມີ​ທ່າ​ທາງ​ວ່າຈະໄດ້​
ຮັບ​ອະນຸຍາດໃຫ້ເຂົ້າ​ໄປ​ກວດກາ ສະຖານ​ທີ່ຕ່າງໆຢູ່​ໃນ​ມຽນມາ
ພາຍ​ໃຕ້​ການ​ຕົກລົງ ທີ່​ຄາດ​ວ່າ​ ຈະ​ເຊັນກັນ​ ໃນ​ວັນ​ອັງຄານມື້ນີ້.

ອົງການ​ພະລັງງານ​ປະລະມານູ​ສາກົນ ຫລື IAEA ກ່າວ​ວ່າ ການ​
ຕົກ ລົງ ທີ່ເອີ້ນວ່າ ລະບຽບ​ການ​ເພີ້ມ​ເຕີມ​ນັ້ນຈະ​ອະນຸຍາດ​ໃຫ້​ຄະ
ນະ​ກວດ ກາ ໄປ​ກວດ​ເບິ່ງສະຖານ​ທີ່​ຕ່າງໆ​ໄດ້ ​ໂດຍ​ບໍ່​ມີ​ການ​ປະ
ກາດ​ລ່ວງ​ໜ້າ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ຈະໃຫ້ຄວາມກະ​ຈ່າງ​ແຈ້ງ ກ່ຽວ​ກັບ​ການ​
ສົງ​ໄສ​ທີ່​ຍັງ​ມີ​ຢູ່​ວ່າມຽນມາ​ໄດ້ພະຍາຍາມ​ພັດທະນາອາວຸດ​ນິວ​
ເຄລຍໃນ​ຂະ ນະ​ທີ່​ປະ​ເທດ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ທະຫານມາ​ເປັນ​ເວລາ​ດົນ ນານ ທີ່​ໄດ້​ສີ້​ນສຸດ​ລົງ​ໃນ​ປີ​ແລ້ວ​ນີ້. ​ເກົາຫລີ​ເໜືອທີ່​ໄດ້​ທຳການ​ທົດ​ລອງ​ອາວຸດນິວ​ເຄລຍຂອງ​ຕົນນັ້ນ ​ເປັນ​ທີ່​ສົງ​ໄສ​ວ່າ ​ເຮັດ​ວຽກ​ຮ່ວມ​ກັບ​ລັດ ຖະບານ​ມຽນມາ.

ມຽນມາ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້ກ່າວ​ຫາ​ເຫຼົ່ານີ້.
XS
SM
MD
LG