ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ອອງຊານ ຊູຈີ ກໍາລັງຢ້ຽມຢາມ ປະເທດໄທ


ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວປາໄສຕໍ່ພວກແຮງງານອົບພະຍົບມຽນມາ ໃນຈັງຫວັດສະມຸດສາ ຄອນ, ວັນທີ 30 ພຶດສະພາ 2012.
ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ກ່າວປາໄສຕໍ່ພວກແຮງງານອົບພະຍົບມຽນມາ ໃນຈັງຫວັດສະມຸດສາ ຄອນ, ວັນທີ 30 ພຶດສະພາ 2012.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ໃນ​ການ​ສົ່ງ​ເສີມ​ລະບອບ​ປະຊາທິປະ​ໄຕໃນ​ມຽນມາ ມາ​ເປັນ​
ເວລາ​ດົນ​ນານ ກໍາລັງ​ສວຍໃຊ້​ການ​ເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​
ນາງ ​ໃນ​ຮອບ 24 ປີ ​ເພື່ອ​ຊຸກຍູ້​ໃຫ້​ກໍາລັງ​ໃຈ​ໃຫ້​ແກ່​ພວກ​ແຮງ​ງານ​ມຽນມາ​ທີ່​ທຸກ​ຍາກ​ທີ່
​ເຮັດ​ວຽກ​ເຮັດການ​ຢູ​ໃນ​ໄທ​ນັ້ນ.

​ໃນ​ວັນ​ພຸດ​ມື້​ນີ້ ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ​ໄດ້​ກ່າວ​ປາ​ໄສ​ຕໍ່ຝູງ​ຊົນ​ຫຼາຍ​ພັນ​ຄົນ​ທີ່​ພາ
ກັນ​ໄປຟັງ​ຈົນ​ແໜ້ນ​ຖະໜົນ​ແຄບໆສາຍ​ນຶ່ງໃນ​ຈັງຫວັດ​ສະມຸດ​ສາ​ຄອນ ຊຶ່ງ​ເປັນ​ເຂດ​ນຶ່ງ​ທີ່​
ຕັ້ງ​ຢູ່​ທາງ​ທິດ​ໃຕ້​ຂອງບາງກອກບ່ອນທີ່​ພວກ​ແຮງ​ງານ​ມຽນມາ​ຈຳນວນ​ຫຼວງຫຼາຍ​ພາກັນ​
ຫລົບໜີ​ການ​ປົກຄອງ​ທີ່​ບໍ່​ດີໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​ມາ​ອາ​ໄສ​ຢູ່​ນັ້ນ.

ຈາກ​ລະບຽງຂອງ​ສູນ​ກາງ​ປະຊາ​ຄົມ​ແຫ່ງ​ນຶ່ງ ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ຕໍ່​ຝູງ​ຊົນ​ທີ່ພາ
ກັນຮ້ອງ​ເຊຍ​ຢ່າງ​ຟົດ​ຟື້ນ​ວ່າ ທ່ານ​ນາງ​ຈະ​ກະທໍາ​ທຸກສິ່ງ​ທຸກຢ່າງ ​ເພື່ອ​ຊ່ອຍ​ພວກ​ອົບ​ພະ
ຍົບມຽນມາ ຊຶ່ງ​ຫຼາຍ​ຄົນ​ພາກັນ​ຖືປ້າຍ​ຕ່າງໆທີ່​ອ່ານ​ວ່າ “ມຽນມາເສລີ” ​ແລະ​ “ພວກ​ເຮົາ
​ຢາກ​ກັບ​ບ້ານ.”

ອົບ​ພະຍົບຄົນ​ນຶ່ງ ຄື​ນາຍ Usau Tengku ກ່າວ​ວ່າ ລາວ​ຫວັງ​ວ່າການຢ້ຽມຢາມ​ຂອງ​ທ່ານ
​ນາງ​ອອງຊານ​ຊູ​ຈີ​ນີ້​ ຈະ​ຍົກເອົາເລື້ອງ​ສະພາບຄວາມ​ທຸກ​ຈົນ​ຂອງ​ຊາວ​ມຽນມາ​ຫຼາຍ​ຄົນ​ໃນ
​ປະຊາ​ຄົມ​ຂອງ​ລາວ​ທີ່​ເຮັດ​ວຽກໂດຍ​ໄດ້​ຮັບຄ່າ​ແຮງ​ງານ​ຕໍ່າ ​ເຮັດ​ວຽກ​ແບບ​ໃຊ້​ແຮງ​ງານ​ແລະ
​ບາງ​ຄັ້ງ​ບາງ​ຄາວ​ກໍໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການລັກລອບ​ຄ້າ​ມະນຸດ​ແລະ​ການ​ສວຍ​ໃຊ້ອື່ນໆ.

ທ່ານ​ນາງ​ອອງຊານ​ຊູ​ຈີເດີນທາງ​ໄປ​ຮອດ​ບາງກອກນະຄອນຫຼວງຂອງ​ໄທ​ໃນ​ວັນ​ອັງຄານ​
ວານ​ນີ້ບ່ອນ​ທີ່ທ່ານ​ນາງ​ໄດ້ຖືກ​ຕ້ອນຮັບ​ໂດຍພວກ​ນັກ​ຂ່າວ​ແລະ​ພວກ​ສະໜັບສະ​ໜຸນ​ທີ່​ພາ
ກັນ​ໂຮ​ຮ້ອງ​ວ່າ ​ແມ່​ຊູ ຫຼື Mother Suu ທີ່​ສະໜາມ​ບິນ​ລະຫວ່າງ​ຊາດ​ຂອງ​ບາງກອກ​.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນັ້ນ ທ່ານ​ນາງຈະ​ພົບ​ປະ​ກັບທ່ານ​ນາງ​ຍິ້ງລັກ ຊິນນະ​ວັດນາຍົກ
ລັດຖະມົນຕີໄທ ​ແລະ​ຈະ​ກ່າວຄໍາ​ປາ​ໄສ​ຕໍ່​ກອງ​ປະຊຸມ​ເສດ ຖະກິດ​ໂລກ​ກ່ຽວ​ກັບ​ເຂດ​ເອ​ເຊຍ​
ຕາ​ເວັນ​ອອກ. ນອກ​ນັ້ນ​ ທ່ານ​ນາງ​ຈະ​ທໍາ​ການ​ພົບ​ປະ​ກັບ​ພວກອົບ​ພະຍົບມຽນມາ​ຫຼາຍ
​ພັນຄົນ ທີ່​ພາກັນ​ຫລົບໜີ​ຈາກ​ບັນຫາ​ຂັດ​ແຍ່ງ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ພວກ​ຂົງ​ເຂດ​ເລາະ​ຕາມ​
ຊາຍ​ແດນ​ມຽນມາ​ນັ້ນ​ເຊ່ນ​ກັນ.

ການ​ເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ເຄີຍໄດ້​ຮັບ​ລາງວັນ​ໂນ​
ແບ​ລຂະ​ແໜງ​ສັນຕິພາບ​ມາ​ກ່ອນ​ນັ້ນ ​ຖືກ​ມອງ​ເບິ່ງ​ກັນວ່າ ​ເປັນໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳ
ຄັນຄັ້ງ​ປະວັດ​ສາດ​ໃນ​ການ​ດໍາ​ເນີນ​ຂັ້ນ​ຕອນ​ການ​ປະຕິ​ຮູບ​ດ້ານ​ການເມືອງ​ຂອງ​ມຽນມາ ຊຶ່ງ​
ໄດ້​ເລີ້ມ​ຂຶ້ນ​ໃນ​ປີ​ແລ້ວ​ນີ້ ​ເວລາ​ພວກ​ທະຫານ​ປົກຄອງ​ປະ​ເທດ ​ໂອນ​ອໍານາດໃຫ້ລັດຖະບານ
​ພົນລະ​ເຮືອນ​ແຕ່​ໃນ​ນາມ​ຊື່ໆ​ນັ້ນ.

XS
SM
MD
LG