ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບ້ານມຽນມາ ຫລົບໜີເຂົ້າໄປໄທອີກ


ຊາວບ້ານມຽນມາຈຸທໍາອິດ ທີ່ຫລົບໜີການສູ້ລົບເຂົ້າໄປໃນໄທ ໃນເດືອນນີ້ ຢືນລຽນແຖວລໍຖ້າເອົາອາຫານ ຈາກຕໍາຫລວດໄທ ໃນເມືອງແມ່ສອດ, ເມື່ອວັນທີ 8 ພະຈິກ 2010.
ຊາວບ້ານມຽນມາຈຸທໍາອິດ ທີ່ຫລົບໜີການສູ້ລົບເຂົ້າໄປໃນໄທ ໃນເດືອນນີ້ ຢືນລຽນແຖວລໍຖ້າເອົາອາຫານ ຈາກຕໍາຫລວດໄທ ໃນເມືອງແມ່ສອດ, ເມື່ອວັນທີ 8 ພະຈິກ 2010.

ເຈົ້າ​ໜ້າ​ທີ່ໄທ​ກ່າວ​ວ່າ ຊາວ​ບ້ານມຽນມາ​ຈໍາ​ນວນ 1,000
ຄົນ​ໄດ້​ຂ້າມ​ຊາຍ​ແດນເຂົ້າ​ໄປ​ໃນໄທ​ ເພື່ອ​ລົບ​ໜີ​ການ​ຕໍ່ສູ້​
ກັນລະຫວ່າງທະຫານ​ມຽນມາ​ກັບ​ພວກ​ຊົນ​ເຜົ່າ​ກະ​ຫລ່ຽງ
ທີ່​ຕໍ່ຕ້ານ​ລັດຖະບານນັ້ນ.

ພວກ​ຊາວບ້ານມຽນມາ​ ໄດ້​ພາກັນຫລົບ​ໜີ​ໄປ​ຍັງ​ເມືອງແມ່​
ສອດ​ ໃນ​ວັນ​ອາທິດ​ວານ​ນີ້ ໂດຍໃຊ້​ເຮື​ອ​ເປັນ​ພາຫະນະ
ຂ້າ​ມແມ່​ນໍ້າ​ເມີຍ ທີ່ແບ່ງ​ເຂດ​ນໍ້າ​ດິນ​ແດນຂອງໄທ ​ແລະ​
ມຽນມາ​ນັ້ນ. ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າຊາວ​ມຽນມາ​ເຫລົ່າ​ນັ້ນ
ໄດ້ຫ​ລົບ​ໜີ​ເຂົ້າ​ມາ ​ເພາະ​ໄດ້​ມີ​ການ​ຕໍ່ສູ້​ກັນຂຶ້ນ​ໃນ​ກາງຄືນ​
ວັນ​ເສົາ​ຜ່ານ​ມານີ້ ລະຫວ່າງທະຫານ​ມຽນມາກັບກໍາລັງ​ຂອງ
ກຸ່ມຊາວ​ພຸດ​ກະຫລ່ຽງປະຊາຕິປັດ.

ນີ້​ເປັນ​ການ​ຫຼັ່ງ​ໄຫຼ​ຫຼົບໜີ​ໄປ​ຍັງ​ປະ​ເທດໄທຄັ້ງ​ທີ​ສອງ​ ​ຂອງ​ພວກຊາວ​ອົບ​ພະຍົບ​ມຽນມາ​ໃນ
ເດືອນ​ນີ້. ພວກກະບົດເຜົ່າ​ກະ​ຫລ່ຽງ​ໄດ້​ເຂົ້າ​ຍຶດ​ເອົາ​ຕຶກ​ຫລາ​ຍໆ​ຫລັງ​ໃນ ເມືອງ​ເມ​ຍວະ​ດີ
ໃນ​ຊາຍແດນຂອງ​ມຽນມາ ເມື່ອວັນ​ທີ 7 ​ເດືອນ​ພະ​ຈິກນີ້ ​ເຮັດ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ເຖິງ​ສອງ​ມື້
ກັບ​ພວກ​ທະຫານ​ມຽນມາແລະ​ສົ່ງ​ຜົນ​ໃຫ້​ພວກຊາວບ້ານ ອົບ​ພະ​ຍົບຫຼົບໜີ​ໄປ​ໄທ ປະມານ
2 ໝື່ນ​ຄົນ​ໃນ​ຄັ້ງ​ນັ້ນ.

ຈໍາ​ນວນ​ຫຼາຍໃນ​ນັ້ນ ໄດ້​ກັບ​ໄປ​ຄືນ​ໄປຍັງ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ ຫລາຍ​ມື້​ຕໍ່​ມາຫຼັງ​ຈາກ​
ທີ່​ການ​ສູ້​ລົບ​ກັນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

XS
SM
MD
LG