ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານໄທ 2 ຄົນບາດເຈັບສາຫັດ


ແຜນທີ່ ປະເທດໄທ
ແຜນທີ່ ປະເທດໄທ

















ທະຫານ​ໄທ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດໃນ​ຕົ້ນ​ສັບປະດາ​ນີ້​ຈາກການຍິງປືນ​ໃຫຍ່ໂຈມ
ຕີຢ່າງໜັກຂອງ​ພວກ​ທະຫານ​ມຽນມາ​ໃສ່​ເລາະ​ຕາມເຂດ​ຊາຍ​ແດນ​ຕິດ​ກັບ​ໄທ​ນັ້ນ.

ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້ກ່ອນ​ນີ້ ​ໃນ​ຂະນະ​ທີ່​ລົດ​ບັນທຸກ​ທະຫານ​ໄທ​ຄັນ​
ນຶ່ງ​ກໍາລັງ​ທໍາ​ການ​ລາດ​ຕາ​ເວນ​ຢູ່​ທີ່​ເມືອງ​ແມ່​ສອດ​ໃນ​ຈັງຫວັດ​ຕາກ. ພວກ​ທະຫານ​ມຽນ
ມາ ກໍາລັງ​ຍິງ​ປືນ​ໃສ່​ພວກ​ທະຫານທີ່​ເປັນພັນທະມິດຫຼືຢູ່​ຖັນ​ແຖວ​ດຽວ​ກັນ​ກັບກຸ່ມກະບົດ​
ກອງ​ທັບ​ປະຊາທິ ປັດຊາວ​ພຸດ​ກະຫລ່ຽງ​ນັ້ນ.

ເວລາ​ນີ້​ພວກ​ທະຫານ​ໄທ 2 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ກໍາລັງ​ຮັບ​ການ​ປິ່ນປົວ​ບາດ​ແຜ​ຢູ່​ໃນ​ໂຮງ
ໝໍ​ເມືອງ​ແມ່​ສອດ​ຂອງ​ໄທ.

ກຸ່ມກະບົດທະຫານ​ບ້ານ​ຊາວ​ກະຫລ່ຽງ​ໄດ້​ປະ​ທະ​ກັນ​ເລື້ອຍໆ​ກັບພວກທະຫານ​ລັດຖະບານ​ມຽນມາ​ຢູ່​ເລາະ​ຕາມ​ຊາຍ​ແດນ ​ລະຫວ່າງ​ມຽນມາ​ຕິດ​ກັບ​ໄທ​ນັ້ນ. ພວກ​ກະບົດ​ຊາວ​ກະຫລ່ຽງ​ໄດ້​ຍຶດ​ເອົາ​ອາຄານ​ຫລາຍຫລັງ​ໃນ​ເມືອງ​ຊາຍ​ແດນ​ເມຍ​ວະ​ດີ​ໃນ​ເດືອນ​ພະຈິກ​ປີຜ່ານມາ ​ຊຶ່ງ ໄດ້ພາໃຫ້ເກີດ​ການ​ຕໍ່ສູ້​ກັນ​ເປັນ​ເວລາ 2 ມື້​ກັບ​ພວກທະຫານ​ມຽນມາທີ່​ເຮັດໃຫ້ພວກ​ຊາວບ້ານ​ປະມານ 2 ໝື່ນ​ຄົນ​ຕ້ອງ​ອົບ​ພະຍົບ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ໄທ​ນັ້ນ.

XS
SM
MD
LG