ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ​​ເ​ເລະ​ໄທ​ ເຊັນບັນທຶກຄວາມເຂົ້າໃຈ ກ່ຽວກັບການ​ພັດທະນາ​ ເຂດເສດຖະກິດ​ພິ​ເສດ


ປະທານາທິບໍດີ ມຽນມາ ທ່ານ Thein Sein ແລະ ນາຍົກລັດຖະມົນຕີ​ໄທ ທ່ານນາງ ຍິ່ງລັກ ຊິນນະວັດ ຍ່າງກວດກາ ກອງກຽດຕິຍົດ
ປະທານາທິບໍດີ ມຽນມາ ທ່ານ Thein Sein ແລະ ນາຍົກລັດຖະມົນຕີ​ໄທ ທ່ານນາງ ຍິ່ງລັກ ຊິນນະວັດ ຍ່າງກວດກາ ກອງກຽດຕິຍົດ

ມຽນມາເ​ເລະ​ໄທ​ໄດ້​ລົງ​ນາມ​ໃນ​ບັນ​ທຶກຄວາມ​ເຂົ້າ​ໃຈສະບັບ​ນຶ່ງ ກ່ຽວ​ກັບ​ການ​ພັດທະນາ​
ເຂດເສດຖະກິດ​ພິ​ເສດ.

ປະທານາທິບໍດີມຽນມາ ທ່ານ Thein Sein ກ່າວໃນວັນຈັນມື້ນີ້ ຊຶ່ງ​ເປັນ​ມື້​ທີ່​ສອງ​ຂອງ
ການຢ້ຽມຢາມບາງກອກ ເປັນເວລາ 2 ວັນນັ້ນ ວ່າ ທັງສອງປະເທດ ໄດ້ຕົກລົງທີ່​ຈະ​ປັບ
ປຸງເສັ້ນທາງຂົນ​ສົ່ງລະຫວ່າງກັນ ​ແລະວາງແຜນທີ່ຈະສ້າງ ເສັ້ນທາງຂ້າມ​ຊາຍ​ແດນ ເຊື່ອມ
ໂຍງເຂດອຸດສາຫະກໍາທາງຝັ່ງທະເລກໍ້າຕາເວັນອອກຂອງ​ໄທ ກັບ​ເຂດທີ່ບໍລິສັດ​ໄທ​ວາງ
​ແຜນ​ໄວ້ວ່າ ຈະສ້າງທ່າເຮືອແລະ​ເຂດອຸດສາຫະກໍາຂຶ້ນ ໃນເມືອງ Dawai ຂອງມຽນມາ
​ຢູ່ແຄມທະເລອັນດາມັນ ນັ້ນ.

ນາຍົກລັດຖະມົນຕີ​ໄທ ທ່ານນາງ ຍິ່ງລັກ ຊິນນະວັດ ກ່າວວ່າ ປະເທດຂອງທ່ານນາງນັ້ນ
ພ້ອມແລ້ວທີ່ຈະສະໜັບສະໜູນມຽນມາ ໃນຂະນະ​ທີ່​ມຽນມາທໍາ ການຝຶກແອບ ພວກ
ພະນັກງານ ສົ່ງເສີມການປະຕິຮູບທາງເສດຖະກິດ ແລະປັບປຸງໂຄງລ່າງພື້ນຖານຕ່າງໆ
ຂອງ​ຕົນ.

XS
SM
MD
LG