ທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕມຽນມາ ກໍາລັງສືບຕໍ່ການ ຢ້ຽມຢາມຕ່າງປະເທດເທື່ອທໍາອິດຂອງທ່ານນາງໃນໄລຍະເກືອບ 25 ປີ ໂດຍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເສດຖະກິດບັ້ນນຶ່ງທີ່ບາງກອກ ປະເທດໄທ.
ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນເບລຂະແໜງສັນຕິພາບ ໄດ້ກາຍເປັນຈຸດສົນໃຈຢູ່ໃນກອງປະຊຸມສະພາເສດຖະກິດໂລກກ່ຽວກັບຂົງເຂດເອເຊຍຕາເວັນອອກ ທີ່ເລິ່ມໄຂຂຶ້ນໃນວັນພະຫັດມື້ນີ້ ທີ່ນະຄອນຫຼວງ ຂອງໄທນັ້ນ.
ຜູ້ນໍາຝ່າຍຄ້ານຂອງມຽນມາ ໄດ້ເຂົ້າຮ່ວມໃນຄະນະກໍາມະການຊຸດນຶ່ງເພື່ອ ປຶກສາຫາລືກ່ຽວກັບບົດບາດຂອງການທ່ອງທ່ຽວໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້. ຄາດວ່າທ່ານນາງ ຈະກ່າວຄໍາປາໄສໃນກອງປະຊຸມເປັນເວ ລາສອງວັນດັ່ງກ່າວ ໃນວັນສຸກມື້ອື່ນນີ້.
ທ່ານນາງອອງຊານ ຊູຈີ ໄດ້ເດີນທາງໄປເຖິງປະເທດໄທເມື່ອວັນອັງຄານ ຜ່ານມານີ້. ທ່ານນາງໄດ້ເດີນທາງໄປຢ້ຽມຢາມຕ່າງປະເທດເປັນເທື່ອທໍາ ອິດໃນຮອບ 24 ປີຫຼັງຈາກໄດ້ໃຊ້ເວລາສ່ວນໃຫຍ່ຖືກກັກບໍລິເວນໃນຮອບ ຊາວປີຜ່ານມາ.
ເມື່ອວັນພຸດວານນີ້ ທ່ານນາງໄດ້ຖືກຕ້ອນຮັບໂດຍປະຊາຊົນຫຼາຍພັນຄົນ ທີ່ເປັນພວກຄົນງານຕ່າງດ້າວຊາວມຽນມາທີ່ທຸກຈົນທີ່ໄດ້ໜີມາອາໄສຢູ່ໄທ ເພື່ອຫຼົບໜີຈາກການປົກຄອງ ທີ່ບໍ່ຖືກຕ້ອງຊອບທໍາໃນປະເທດບ້ານເກີດເມືອງນອນຂອງພວກເຂົາເຈົ້ານັ້ນ.
ນອກນັ້ນຍັງຄາດວ່າທ່ານນາງ ຈະພົບປະກັບທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໃນລະຫວ່າງການຢ້ຽມຢາມຄັ້ງນີ້.
ການເດີນທາງໄປຢ້ຽມຢາມໄທ ຂອງທ່ານນາງອອງຊານຊູຈີຊຶ່ງເປັນສະມາ ຊິກສະພາທີ່ໄດ້ຮັບເລືອກໃໝ່ໆນັ້ນ ຖືກມອງກັນວ່າ ເປັນຊ່ວງສໍາຄັນຊ່ວງນຶ່ງໃນການດໍາເນີນການປະຕິຮູບທາງການເມືອງຂອງມຽນມາ. ທີ່ຜ່ານມາ ທ່ານນາງບໍ່ກ້າເດີນທາງອອກນອກປະເທດເພາະຢ້ານວ່າພວກເຈົ້າໜ້າທີ່ມຽນມາຈະບໍ່ອະນຸຍາດໃຫ້ທ່ານນາງກັບຄືນປະເທດອີກ.
ຫຼັງຈາກການຢ້ຽມຢາມໄທແລ້ວ ທ່ານນາງຈະກັບຄືນໄປຍັງມຽນມາເປັນເວ ລາສັ້ນໆ ກ່ອນຈະອອກເດີນທາງໄປຍັງພາກພື້ນຢູໂຣບ ທີ່ທ່ານນາງມີໂອ ກາດຈະໄດ້ໄປຢ້ຽມຢາມຫຼາຍໆປະເທດ.