ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ ອອງ ຊານຊູຈີ ພົບປະກັບ ​ເຈົ້າໜ້າທີ່ຂັ້ນ​ສູງ ຂອງ​ລັດຖະບານ


ທ່ານນາງ ອອງ ຊານ ​ຊູ​ຈີ ພົບປະກັບທ່ານ ອອງ ຈີ ລັດຖະມົນຕີແຮງງານແລະສະຫວັດດີການສັງຄົມ, ວັນທີ 25 ກໍລະກົດ 2011.
ທ່ານນາງ ອອງ ຊານ ​ຊູ​ຈີ ພົບປະກັບທ່ານ ອອງ ຈີ ລັດຖະມົນຕີແຮງງານແລະສະຫວັດດີການສັງຄົມ, ວັນທີ 25 ກໍລະກົດ 2011.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ​ໄດ້ໄປ​ຍັງ​ບ້ານ​ພັກ​ຮັບຮອງ​ແຂກ​ຂອງ​ລັດຖະບານ​ໃນຢາງ​ກຸ້ງ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອໂອ້​ລົມ​ສົນທະນາ​ເປັນ​ຄັ້ງ​ທໍາ​ອິດ ​ກັບ​ເຈົ້າໜ້າທີ່ຂັ້ນ​ສູງຂອງ​ລັດຖະບານ ຫຼັງ​ຈາກ​ທີ່​ຖືກ​ປ່ອຍ​ເປັນ​ອິດ​ສະລະ​ຈາກ​ການຖືກກັກບໍລິ​ເວນ​ໃຫ້ ຢູ່​ແຕ່​ໃນບ້ານ​ເຮືອນ ໃນ​ເດືອນ​ພະ​ຈິກ​ປີກາຍນີ້.

ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ທີ່​ອອກ​ໃນ​ເວລາ​ຕໍ່​ມາ ​ທ່ານ​ນາງ ອອງ ຊານ​ຊູ​ຈີ ທີ່ໄດ້​ຮັບ​ລາງວັນໂນ​ແບ​ລຂະ​ແໜງ​ສັນຕິພາບ​ ​ແລະລັດຖະມົນຕີ​ກະຊວງແຮງ​ງານ ທ່ານ ອອງ ຈີ ​ກ່າວ​ວ່າ ພວກ​ທ່ານທັງ​ສອງ​ມີ​ຄວາມ​ພໍ​ໃຈ​ນໍາການ​ພົບ​ປະ​ສົນທະນາ​ກັນ​ ທີ່​ໄດ້ກວມ​ບັນຫາ​ຫລາຍ​ເລື່ອງ​ທີ່ຖະ​ແຫລ​ງການ​ເວົ້າ​ວ່າ ຈະ​ເປັນປະ​ໂຫຍ​ດ​ແກ່​ປະຊາ​ຊົນ​ມຽນມາ. ລັດຖະມົນຕີ​ແຮງ​ງານ ອອງ ຈີ ທີ່​ອ່ານ​ຈາກເອກະສານ​ທີ່​ກຽ​ມ​ໄວ້​ແລ້ວ​ນັ້ນ ກ່າວ​ວ່າການ​ສົນທະນາ​ຂອງ​ພວກ​ທ່ານ​ແມ່ນ​ໂຮມ​ເອົາ​ທັງ​ເລື່ອງ​ການ​ປົກຄອງ​ດ້ວຍ​ໂຕ​ບົກ​ກົດໝາຍ ​ແລະ​ການ​ເອົາ​ “ຊະນະ​ຄວາມ​ແຕກ​ແຍກ​ກັນ”.

ພວກລັດຖະບານ​ຕາ​ເວັນ​ຕົກແລະ​ກຸ່ມ​ສິດທິມະນຸດຕ່າງໆ ແມ່ນ​ໄດ້​ຮຽກຮ້ອງ​ໃຫ້​ ​ລັດຖະບານ​ໃໝ່ຂອງ​ມຽນມາ ​ເປີດ​ການເຈລະຈາກັບບັນດາ​ກຸ່ມຝ່າ​ຍຄ້ານ ຊຶ່ງ​ຮວມທັງທ່ານ​ນາງ Aung San Suu Kyi ​ແລະພວກ​ເຂົາ​ເຈົ້າ​ຍັງ​ພະຍາຍາມ ​ຊຸກຍູ້ໃຫ້​ມຽນມາ​ປ່ອຍ​ບັນດາ​ນັກ​ໂທດທາງ​ການ​ເມືອງ​ ຈໍານວນຫຼາຍ​ກວ່າ 2,000 ຄົນ ນັ້ນນໍາ.

XS
SM
MD
LG