ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງອອງຊານຊູຈີ ສະແດງຄວາມເສຍໃຈ ນໍາການສຶກສາໃນມຽນມາ


ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານໃນມຽນມາ.
ວັນທີ 27 ພຶດສະພາ 2011
ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານໃນມຽນມາ. ວັນທີ 27 ພຶດສະພາ 2011


















ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ມຽນມາ ກ່າວ​ວ່າ ສະພາບ​ການຂອງ​ການ​ສຶກສາ​ໃນ
ປະ​ເທດ​ຂອງ​ທ່ານ​ນາງ ​ແມ່ນ​ຂີ້ຮ້າຍ​ຫລາຍ​ແລະເປັນທີ່​ໜ້າ​ເສຍ​ໃຈເປັນ​ທີ່​ສຸດແລະ​ວ່າ​ ມຽນມາ​
ກໍາລັງ​ຮ້ອງ​ໄຫ້ໂຫຍຫາ​ໂອກາດ ​ທີ່​ຈະເຮັດໃຫ້​ຄວາມ​ສາມາດບົ່ມ​ຊ້ອນ​ຂອງຍຸວະຊົນຂອງ​ຕົນ
ເປັນຄວາມ​ຈິງ​ຂຶ້ນ​ມາ.

ທ່ານ​ນາງ​ອອງຊານ​ສະ​ແດງ​ຄວາມ​ເຫັນດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ການສົນທະນາທາງ website ກັບ​ພວກ​ສະມາຊິກ​ຂອງ​ມະຫາວິທະຍາ​ໄລ​ຮ່ອງ​ກົງ ຊຶ່ງທາງ​ມະຫາວິທະຍາ​ໄລເວົ້າ​ວ່າ ມີປະຊາຊົນ ​ຫລາຍ​ກວ່າ 1800 ຄົນ​ ພາກັນ​ຈົດ​ຊື່​ເພື່ອ​ປະກອບສ່ວນ​ໃນເຫດການ​ດັ່ງກ່າວ ທີ່​ມີ​ຂຶ້ນເປັນ​ຄັ້ງ​ທໍາ​ອິດ​ ນັບ​ແຕ່​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽມາ ​ທ່ານ​ນີ້​ ໄດ້​ຖືກ​ປ່ອຍ​ໂຕ​ເປັນ​ອິດສະ​ລະ​ ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້.

ຢູ່​ໃນ​ບົດປາ​ໄສ​ຂອງ​ທ່ານ​ນາງ ​ທີ່​ທາງ​ມະຫະວິທະຍາ​ໄລ​ນໍາ​ອອກເປີດເຜີຍ​ນັ້ນ ທ່ານ​ນາງ​ອອງຊານ​ຊູ​ຈີ​ກ່າວ​ວ່າ ຄັ້ງ​ນຶ່ງ ບັນດາ​ມະຫາວິທະຍາ​ໄລຕ່າງໆ​ໃນ​ມຽນມາ ​ເຄີຍ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ແລະ​ອິດສາ ​ແລະ​ໄດ້​ກາຍ​ເປັນ​ບ່ອນ​ກໍາ​ເນີ​ດຂອງ​ຂະ​ບວນການ​ຜູ້​ຮັກ​ຊາດ ທີ່​ໄດ້ປົດປ່ອຍ​ປະ​ເທດ​ຂອງ​ຕົນ​ອອກ​ຈາກ​ການ​ປົກຄອງ​ແບບ​ຫົວ​ເມືອງ​ຂຶ້ນ​ນັ້ນ.

ທ່ານ​ນາງ​ອອງຊານ​ກ່າວ​ວ່າ ນໍ້າ​ໃຈ​ແນວ​ດຽວ​ກັນນັ້ນ​ໄດ້​ບັນ​ດົນ​ຈິດ​ໃຈ​ພວກນັກ​ສຶກສາ​ໃນ​ມະ
ຫາວິທະຍາ​ໄລ​ກຸງ​ຢ້າງ​ກຸ້ງ​ ໃຫ້​ນໍາພາ​ການ​ລຸກ​ຮືຂຶ້ນ​ໃນ​ປີ 1988 ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເຮັດ​ໃຫ້​
ປະ​ເທດ​ພົ້ນ​ຈາກ​ການ​ປົກຄອງ​ຂອງ​ລັດຖະບານ​ທະຫານ​ນັ້ນ. ທ່ານ​ນາງ​ອອງຊານ​ກ່າວ​ວ່າໃນ
ເວລາ 20 ກວ່າ​ປີຕໍ່ມາ ພວກ​ນັກ​ສຶກສາ​ເຫລົ່າ​ນັ້ນ​ຫລາຍ​ຄົນ​ຍັງ​ຖືກກັກຂັງ​ຢູ່ໃນ​ຄຸກ​ ແລະ​
ມາດຕະຖານ​ການ​ສຶກສາ​ໃນ​ທຸ​ກໆ​ລະດັບ​ໃນ​ມຽນມາໄດ້ຊຸດ​ໂຊມ​ລົງ.

XS
SM
MD
LG