ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອງຊານຊູຈີ ພົບປະກັບລູກຊາຍ ເປັນຄັ້ງທໍາອິດ ຫລັງຈາກ 10 ປີ


ທ່ານນາງອອງຊານຊູຈີ ພົບປະກັບລູກຊາຍ ທ້າວ Kim Aris ທີ່ສະໜາມບິນ ນະຄອນຢ້າງກຸ້ງ
ທ່ານນາງອອງຊານຊູຈີ ພົບປະກັບລູກຊາຍ ທ້າວ Kim Aris ທີ່ສະໜາມບິນ ນະຄອນຢ້າງກຸ້ງ

ທ່ານ​ນາງອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ມຽມ້າ ​ໄດ້​ພົບ​ກັນ​
ອີກກັບ​ລູກ​ຊາຍຫລ້າ​ຂອງ​ທ່ານນາງ​ ເປັນ​ຄັ້ງ​ທໍາ​ອິດ​ ຫລັງ​
ຈາກ​ແຍກ​ກັນ​ຢູ່​ມາ​ເປັນ​ເວລາ 10 ປີ ທ່າ​ມກາງ​ບັນຍາກາດ​
ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະທ້ານ​ໃຈ ​ທີ່​ສະໜາມ​ບິນ​ນະຄອນ​
ຢ້າງ​ກຸ້ງ.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ​ໄດ້​ລໍຖ້າ​ຢູ່​
ສະໜາມ​ບິນ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ຕ້ອນຮັບ
ລູກ​ຊາຍ ທ້າວ Kim Aris ວັຍ33 ປີ ທີ່ເດີນທາງ​ມາ​ນໍາ
ຖ້ຽວ​ບິນຈາກ​ໄທ ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ລໍຖ້າ​ເອົາວີຊ່າມາເປັນ
ເວລາ​ສອງ​ສັບປະດາ​ນັ້ນ. ສອງ​ແມ່ລູກໄດ້​ຢືນໂອບກອດ​ກັນ
ໃຫ້​ນັກ​ຖ່າຍຮູບ​ຖ່າຍຮູບ​ເອົາ ​ແລະ​ທ່ານ​ນາງ​ອອງຊານ​ຊູ​ຈີ​ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ດີ​ໃຈ​ຫລາຍ.

ທ້າວ​ອາຣິສ ​ໄດ້​ສະ​ແດງ​ຮູ​ບສັກ​ລາຍ​ໃສ່​ແຂວນ​ເບື້ອງ​ຂວາ​
ຂອງ​ລາວ​ໃຫ້​ມານ​ດາ​ເບິ່ງ ຊຶ່ງ​ມີສັນຍະລັກ​ຂອງ​ພັກ​ສັນນິ
ບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ອອ​ງຊານ​ຊູຈີ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບທີ່ໄດ້​ແຕ່ງງານ​ກັບ
ຄົນ​ອັງກິດ​ແລະ​ມີ​ລູກ​ນໍາ​ກັນ 2 ຄົນ​ແລະ​ໄດ້​ປະ​ລູກ​ໄວ້ທີ່​ອັງກິດນັ້ນ. ​ໂດຍສ່ວນ​ໃຫຍ່​ແລ້ວ
ທ່ານ​ນາງໄດ້ຂາດ​ການ​ຕິດ​ຕໍ່​ພົວພັນກັບ​ຄອບຄົວ​ຂອງທ່ານ​ນາງ ນັບ​ແຕ່​ທ່ານ​ນາງ​ໄດ້​ເດີນ
ທາງ​ກັບ​ຄືນ​ສູ່​ມຽນມາ​ໃນ​ປີ 1988 ​ແລະ​ທ່ານ​ນາງ​ໄດ້​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກ​ຫລື​ຖືກ​ກັກໃຫ້
ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນເປັນ​ເວລາ 15 ປີ ​ໃນ​ຮອບ 21 ປີຜ່ານມາ.

XS
SM
MD
LG