ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດຈະມີການສ້າງຮູບເງົາ ກ່ຽວກັບອອງຊານຊູຈີ


ນາງ Michelle Yeoh ດາລາຮູບເງົາມາເລເຊຍ ອາດຈະຫລິ້ນບົດເປັນທ່ານນາງອອງ ຊານຊູຈີ ໃນຮູບເງົາກ່ຽວກັບຜູ້ນໍາປະຊາທິປະໄຕ ໃນມຽນມາ.
ນາງ Michelle Yeoh ດາລາຮູບເງົາມາເລເຊຍ ອາດຈະຫລິ້ນບົດເປັນທ່ານນາງອອງ ຊານຊູຈີ ໃນຮູບເງົາກ່ຽວກັບຜູ້ນໍາປະຊາທິປະໄຕ ໃນມຽນມາ.


ຜູ້​ຊ່ອຍ​ວຽກຂອງ​ທ່ານ​ນາງ ອອງຊານ ຊູ ຈີ ກ່າວວ່າ ອາດ​ຈະ​ມີ​ການ​ເຮັດຮູບ​ເງົາ​ກ່ຽວ​ກັບ​ຜູ້​ນໍາເພື່ອ​ປະຊາທິປະໄຕໃນ
ມຽນມານັ້ນ ​ໂດຍ​ຈະ​ມີ​ນັກສະ​ແດງ​ສາວ​ຊາວມາ​ເລ​ເຊຍ Michelle Yeoh ​ຮັບ​ບົດສະ​ແດງເປັນທ່ານ​ນາງ​ອອງ ຊານ​ຊູ​ຈີ.

ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ທ່ານ Nyan Win ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ​ນັກສະ​ແດງ​ສາວ Michelle Yeoh ຊຶ່ງຜູ້​ຄົນຮູ້ຈັກ​ດີໃນ​ບົດບາດ​ການສະ​ແດງທີ່​ເດັ່ນ​ຂອງ​ນາງ​ ​ໃນ​ບົດບາດ​ເປັນ​ນັກ​ສືບ​ລັບ​ຊາວ​ຈີນໃນຮູບ​ເງົາ​ James Bond ເລື່ອງ “Tomorrow Never Dies” ນັ້ນ ໄດ້​ໃຊ້​ເວລາເຕັມ​ນຶ່ງມື້ ​ໃນ​ຕົ້ນ​ອາທິ​ດນີ້ ​ຢູ່​ກັບ​ທ່ານ​ນາງ​ອອງ ຊານ ຊູ​ຈີ.

ໃນ​ມື້ວານ​ນີ້ ນາງ Yeoh ​ກໍ​ໄດ້​ນັ່ງ​ຢູ່​ກັບທ່ານ​ນາງ ອອງຊານ ຊູຈີ ກັບ​ລູກ​ຊາຍ ທ້າວ
Kim Aris ​ໃນ​ຫ້ອງພັກ​ຂອງຜູ້​ໂດຍສານ ກ່ອນ​ທີ່ນາງ Yeoh ​ແລະ Aris ຈະ​ຂຶ້ນ​ເຄື່ອງບິນກັບປະ​ເທດ. ທ້າວ Aris ​ໄດ້ໄປ​ຢາມ​ແມ່​ຂອງ​ລາວ​ ຫຼັງຈາກ​ທີ່​ທ່ານ​ນາງ ອອງຊານ ຊູຈີ ຖືກປ່ອຍຈາກ​ການ​ກັກ​ບໍລິ​ເວນໃນ​ເດືອນ​ແລ້ວນີ້.

ທ່ານ Win ກ່າວ​ຕື່ມວ່າ ລາວ​ເຂົ້າ​ໃຈ​ວ່າ ​ຮູບ​ເງົາເລື້ອງນີ້​ຈະ​ມີ​ການຖ່າຍທໍາ​ກັນໃນ​ໄວໆນີ້​
ແຕ່​ກໍ​ບໍ່​ສາມາດ​ບອກ​ລາຍ​ລະອຽດ​ໄດ້​ທັງ​ໝົດ​ເທື່ອ. ນາງ Yeoh ຍັງໄດ້ສະ​ແດງ​ນໍາໃນ ຮູບເງົາຂອງຜູ້ກໍາກັບ Ang Lee ​ໃນ​ປີ 2000 ​ໃນ​ເລື່ອງ “Crouching Tiger, Hidden Dragon” ທີ່​ໄດ້​ຮັບ​ລາງວັນຕຸກກະຕາ​ຄໍາ ອອສກ້າ ຂອງ​ສະຫະລັດ​ເຖິງ 4 ລາງວັນ​ດ້ວຍ​ກັນ.

XS
SM
MD
LG