ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ.ນ. ຊູຈີ ຢາກເປັນ ປະທານາທິບໍດີ ຄົນຕໍ່ໄປ ຂອງມຽນມາ (ວີດີໂອ)


ທ່ານນາງອອງຊານ ຊູຈີ ຜູ້ນຳຝ່າຍຄ້ານຂອງມຽນມາ ຫົວຍິ້ມ ໃນລະຫວ່າງການອະພິປາຍໂຕ້ວາທີ ກັບທ່ານ Soe Thane ລມຕ ປະຈຳສຳນັກງານປະທານາທິບໍດີຂອງມຽນມາ ໃນມື້ທີ 2 ຂອງກອງປະຊຸມເສດຖະກິດໂລກ ເປັນເວລາ 3 ມື້ ທີ່ນະຄອນຫຼວງ ເນປີດໍ (6 ມິຖຸນາ 2013)
ທ່ານນາງອອງຊານ ຊູຈີ ຜູ້ນຳຝ່າຍຄ້ານຂອງມຽນມາ ຫົວຍິ້ມ ໃນລະຫວ່າງການອະພິປາຍໂຕ້ວາທີ ກັບທ່ານ Soe Thane ລມຕ ປະຈຳສຳນັກງານປະທານາທິບໍດີຂອງມຽນມາ ໃນມື້ທີ 2 ຂອງກອງປະຊຸມເສດຖະກິດໂລກ ເປັນເວລາ 3 ມື້ ທີ່ນະຄອນຫຼວງ ເນປີດໍ (6 ມິຖຸນາ 2013)
ທ່ານນາງອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາກ່າວວ່າ ທ່ານນາງຢາກເປັນປະທານາທິບໍດີ ຄົນຕໍ່ໄປ ຂອງປະເທດ ໃນປີ
2015.

ທ່ານນາງອອງຊານ ຊູຈີຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບ ກ່າວຕໍ່ພວກຜູ້ແທນທີ່ໄປຮ່ວມກອງປະຊຸມເສດຖະກິດ
ໂລກ ທີ່ນະຄອນຫຼວງເນປີດໍ ຂອງມຽນມາ ໃນວັນພະຫັດວານນີ້.

ນີ້ແມ່ນການໃຫ້ຄວາມເຫັນຢ່າງຈະແຈ້ງທີ່ສຸດ ກ່ຽວກັບຄວາມໄຝ່
ຝັນທາງດ້ານການເມືອງຂອງທ່ານນາງ ມາຈົນຮອດປັດຈຸບັນ.

ທ່ານນາງເວົ້າວ່າ “ເວົ້າກັນຢ່າງເປີດເຜີຍເນາະ ມີພວກທີ່ເວົ້າວ່າ ຂ້າພະເຈົ້າບໍ່ຄວນ ທີ່ຈະເວົ້າວ່າ ຂ້າພະເຈົ້າຢາກເປັນ ປະທານາທິບໍດີ ແຕ່ຖ້າ ຂ້າພະເຈົ້າບໍ່ເວົ້າແລ້ວ ຖ້າຂ້າພະເຈົ້າແກ້ງທຳທ່າວ່າ ຂ້າພະເຈົ້າບໍ່ຢາກເປັນປະທານາທິບໍດີ ຂ້າພະເຈົ້າກໍ ຈະເປັນຄົນທີ່ບໍ່ຊື່ສັດ ແລະຂ້າພະເຈົ້າຄວນຈະເປັນ ຄົນທີ່ຊື່ສັດ ກັບປະຊາຊົນຂ້າ ພະເຈົ້າ ດີກວ່າເປັນແນວອື່ນ.”

ແຕ່ແນວໃດກໍຕາມ ທ່ານນາງເວົ້າວ່າ ວັກນຶ່ງ ຢູ່ໃນກົດໝາຍລັດຖະທຳມະນູນ ທີ່ບົງການ
ໂດຍພວກທະຫານນັ້ນ ຈະຕ້ອງໄດ້ຖືກແກ້ໄຂເພື່ອໃຫ້ທ່ານນາງສາມາດສະໝັກເຂົ້າແຂ່ງ ຂັນເອົາຕຳແໜ່ງປະທານາທິບໍດີໄດ້.

ທ່ານນາງອອງຊານຊູຈີກ່າວຕື່ມວ່ານອກນັ້ນຍັງຈະຕ້ອງມີການອອກກົດໝາຍເພື່ອຍຸຕິ
ຄວາມຮຸນແຮງລະຫວ່າງຊົນຊາດຊົນເຜົ່າ ທີ່ກຳລັງແຜ່ລາມ ໄປທົ່ວປະເທດ.

ຄະນະຜູ້ແທນທີ່ໄປຮ່ວມກອງປະຊຸມດັ່ງກ່າວແມ່ນໄດ້ຟັງວິໄສທັດກ່ຽວກັບອະນາຄົດຂອງ ປະເທດຊາດ ຈາກທ່ານນາງອອງຊານຊູຈີ ແລະປະທານາທິບໍດີມຽນມາ ທ່ານເທນ ເຊນ.

ມີຜູ້ແທນທັງໝົດຫລາຍກວ່າ 900 ຄົນ ຈາກ 55 ປະເທດ ໄປຮ່ວມກອງປະຊຸມດັ່ງກ່າວນີ້.

ວີດີໂອ - ທ່ານນາງ ອອງຊານ ຊູຈີ
please wait

No media source currently available

0:00 0:00:44 0:00
XS
SM
MD
LG