ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ​ນາງ​ ຊູ​ຈີ ສືບ​ຕໍ່​ຢ້ຽມຢາມ ສະຫະລັດ​​ ໃນວັນ​ພະຫັດ​ມື້​ນີ້ ​(ວີດີໂອ)


ທ່ານນາງ ອອງຊານ ຊູຈີ ຂະນະພົບປະກັບປະທານາທິບໍດີໂອບາມາ
ເປັນເທື່ອທໍາອິດ
ທ່ານນາງ ອອງຊານ ຊູຈີ ຂະນະພົບປະກັບປະທານາທິບໍດີໂອບາມາ ເປັນເທື່ອທໍາອິດ
ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ມຽນມາ​ ​ສືບ​ຕໍ່​ຢ້ຽມຢາມສະຫະລັດໃນວັນ​ພະຫັດ​ມື້​ນີ້ ​ໂດຍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີສະດຸ​ດີ​ພວກ​ທີ່​ໄດ້​ຕໍ່ສູ້​ຮ່ວມ​ກັບ​ທ່ານ​ນາງ​ເພື່ອ​ປະຊາທິປະ​ໄຕ​ໃນບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ນາງ.

ທ່ານ​ນາງ​ຊູ​ຈີ ​ທີ່​ໄດ້​ຮັບລາງວັນ​ໂນ​ເ​ເບ​ລ ຈະ​ເຂົ້າຮ່ວມ​ໃນ​ພິທີ​ທີ່​ຕຶກ​ລັດຖະສະພາ​ສະຫະລັດ ​ເພື່ອ​ໃຫ້​ກຽດ​ແກ່ນັກ​ເຄຶ່ອນ​ໄຫວ​ສໍາຄັນ​ 5 ​ທ່ານ​ຈາກ​ມຽນມາ ຊຶ່ງ​ທ່ານ​ນາງ​ເອງ​ກໍ​ຈະ​ໄດ້​ຮັບ​ລາງວັນ​ປະຊາທິປະ​ໄຕ​ ປີ 2012 ຂອງອົງການ​ເພື່ອ​ປະຊາທິປະ​ໄຕ National Endownment for Democracy ​ໃນ​ລະຫວ່າງ​ພິທີດັ່ງກ່າວ.

​ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ຮັບຫຼຽນຄໍາກຽດຕິ​ຍົດ ຂອງລັດຖະສະພາ​ສະຫະລັດ​ ໃນ​ພິທີ​ທີ່​ສະທ້ານ​ໃຈ ຊຶ່ງ​ມີບັນດາ​ສະມາຊິກ​ສໍາຄັນໆ​ຂອງ​ລັດຖະສະພາ​ສະຫະລັດ ເຂົ້າຮ່ວມ​ນໍາ. ທ່ານ​ນາງ​ຊູ​ຈີ ໄດ້​ກ່າວຂອບ​ໃຈ​ສະຫະລັດທີ່​ໄດ້​ໃຫ້ການ​ສະໜັບ​ສະ​ໜຸນແກ່ການ​ເຄື່ອນ​ໄຫວ​ໄປ​ສູ່​ປະຊາທິປະ​ໄຕ​ຂອງ​ມຽນມາ ຂະນະ​ທີ່​ຢູ່​ພາຍ​ໃຕ້ການ​ປົກຄອງ​ແບບ​ຜະ​ເດັດ​ການ​ຂອງ​ລັດຖະບານ​ທະຫານນັ້ນ.

ເບິ່ງວີດີໂອ ທ່ານນາງ ອອງ ຊານ ຊູຈີ ຮັບເອົາຫລຽນຄໍາກຽດຕິຍົດ:
Aung San Suu Kyi Receives US Congressional Gold Medal
please wait

No media source currently available

0:00 0:02:57 0:00
ລິງໂດຍກົງ


ນອກ​ນີ້​ແລ້ວ​ ທ່ານ​ນາງ​ຊູ​ຈີ ຍັງໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ເປັນ​ເທື່ອ​ທໍາ​ອິດ. ຫຼັງຈາກ​ການ​ໂອ້​ລົມ​ກັນເປັນ​ການສ່ວນ​ຕົວ​ທີ່​ທໍານຽບ ຂາວ ທ່ານ​ນາງ​ຊູ​ຈີ ​ໄວ 67 ປີ ​ກ່າວ​ວ່າ ມື້​ນີ້​ເປັນ​ນຶ່ງໃນ​ຫລາຍໆ​ມື້​ທີ່​ຕື້ນ​ຕັນ​ໃຈ​ທີ່​ສຸດໃນຊີວິດ​ຂອງທ່ານ​ນາງ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ທ່ານ​ໂອ​ບາ​ມາ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ ​ເ​ສີນຕໍ່​ຄວາມ​ພິລາດ​ອາດ​ຫານ ຄວາມ​ຕັ້ງ​ໃຈ ​ແລະ​ການ​ເສຍສະຫຼະສ່ວນ​ຕົວ ຂອງ​ທ່ານ​ນາງ ອອງຊາ​ນ ຊູ​ຈີ ທີ່​ໄດ້ທົນ​ທຸກ​ຢູ່​ພາຍ​ໃຕ້​ການ​ຖື​ກກັກ​ບໍລິ​ເວນເປັນ​ເວລາປະມານ 14 ປີ​ ພາຍ​ໃຕ້​ການ​ປົກຄອງ​ຂອງ​ລັດຖະ ບານ​ທະຫານ​ມຽນມາ​ນັ້ນ.

ນອກ​ນີ້ແລ້ວ ປະທານາທິບໍດີ​ໂອ​ບາ​ມາ​ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ ຜັນ​ປ່ຽນ​ໄປ​ສູ່​ປະຊາ​ທິປະ​ໄຕ​ຂອງ​ມຽນມາ ​ແລະ​ຄວາມ​ກ້າວ​ໜ້າເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ທ່ານ​ນາງ ອອງຊາ​ນ ຊູ​ຈີ ໄດ້​ບັນລຸ​ ໃນ​ຖານະ​ເປັນ​ຜູ້​ນໍາ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ມຽນມາ ​ໃນ​ການປະຕິບັດ​ງານຮ່ວມ​ກັນ​ກັບ​ປະທານາທິບໍດີ ທຽນ ​ເຊ​ນ ນັ້ນ.

ເບິ່ງວີດີໂອ ທ່ານນາງ ຊູຈີ ຢ້ຽມຢາມແລະໃຫ້ສໍາພາດ ຢູ່ວີໂອເອ:

XS
SM
MD
LG