ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ເມສາ ໒໐໒໖

ທ່ານນາງ Aung San Suu Kyi ຈະກ່າວຄໍາປາໄສ ຕໍ່ສະພາອັງກິດ

ຜູ້ນໍາຝ່າຍຄ້ານຂອງທຽນມາ ທ່ານນາງ Aung San Suu Kyi, ຂວາມື ກໍາລັງສົນທະນາກັບບັນດານັກຂ່າວ ຮ່ວມກັບທ່ານ Derek Mitchell, ຊ້າຍມື ທູດພິເສດຂອງ ສະຫະລັດ ອາເມຣິກາ ທີ່ Myanmar.
ຜູ້ນໍາຝ່າຍຄ້ານຂອງທຽນມາ ທ່ານນາງ Aung San Suu Kyi, ຂວາມື ກໍາລັງສົນທະນາກັບບັນດານັກຂ່າວ ຮ່ວມກັບທ່ານ Derek Mitchell, ຊ້າຍມື ທູດພິເສດຂອງ ສະຫະລັດ ອາເມຣິກາ ທີ່ Myanmar.

ຜູ້​ນໍາ​ປະຊາທິປະໄຕ​ມຽນມາ ທ່ານ​ນາງ Aung San Suu Kyi ​ຈະ​ກ່າວ​ຄຳ​ປາ​ໄສ​ຄັ້ງ
ປະຫວັດສາດຕໍ່​ທັງສອງ​ສະພາ​ຂອງ​ອັງກິດ ​ໃນ​ເດືອນ​ໜ້າ​ນີ້ ​ເວລາທີ່​ທ່ານ​ນາງ​ເດີນ
​ທາງ​ອອກ​ໄປ​ຢ້ຽມຢາມຕ່າງປະ​ເທດເປັນ​ຄັ້ງ​ທໍາ​ອິດ​ໃນຮອບ 24 ປີ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ໄດ້ເຊື້ອເຊີນທ່ານ ນາງ ​Aung
San Suu Kyi ຜູ້​ໄດ້​ຮັບ​ລາງວັນ​ Nobel ຂະ​ແໜງສັນ​ຕິ​ພາບ​ ​ໄປ​ຢ້ຽມຢາມ​ປະ​ເທດ
​ອັງກິດ ໃນເວລາ​ທີ່ທ່ານ​ໄດ້​ໄປ​ຢ້ຽມຢາມ​ທ່ານ​ນາງ ​ຢູ່ທີ່ມຽນມາ​ ໃນ​ເດືອນ​ເມສາ​ທີ່​
ຜ່ານ​ມາ.

ທ່ານ​ນາງ Aung San Suu Kyi ​ໄດ້​ຮັບ​ກຽດແບບທີ່​ບໍ່​ມີ​ມາ​ກ່ອນ ໃຫ້ກ່າວ​ຄໍາ​ປາ
ໄສຕໍ່​ກອງ​ປະຊຸມຮ່ວມ​ຂອງສະພາອັງກິດ ​ເຖິງ​ແມ່ນ​ວ່າ​ທ່ານ​ນາງ​ບໍ່​ຢູ່​ໃນ​ລະດັບ​ຂັ້ນ
​ຜູ້​ນໍາປະ​ເທດກໍ​ຕາມ.

ທ່ານ​ນາງ​ມີ​ກຳນົດຈະເລີ້ມ​ການຢ້ຽມຢາມ​ປະ​ເທດ​ອັງກິດ ເປັນ​ເວລາ​ນຶ່ງ​ອາທິດ​ໃນ​
ວັນ​ທີ 18 ເດືອນມິ​ຖະ​ນາ ຈະ​ມານີ້. ນອກ​ນັ້ນ ຍັງ​ຄາດ​ວ່າທ່ານ​ນາງຈະ​ໄປ​ຢ້ຽມ​ຢາມ​
ປະ​ເທດ​ນໍ​ເວ ນຳ​ດ້ວຍ.

ທ່ານ​ນາງເຄີຍໄດ້​ຢູ່ທີ່​ປະ​ເທດ​ອັງກິດ​ມາຫລາຍ​ປີ​ກັບ​ສາມີຂອງ​ທ່ານ​ນາງ ທີ່​ໄດ້​ເຖິງ​ແກ່​
ມໍຣະນະ​ກໍາ​ໄປ​ແລ້ວພ້ອມ​ດ້ວຍ​ລູກ​ສອງ​ຄົນ​ຂອງ​ທ່ານນາງ ຈົນ​ເຖິງ​ປີ 1988 ​ທ່ານ​ນາງ
​ຈຶ່ງໄດ້​ກັບ​ຄືນ​ໄປ​ຢູ່​ບ້ານ​ເກີດ​ເມືອງນອນ ​ເວລາ​ນີ້ເອງທ່ານ​ນາງ​ໄດ້​ຖືກສັ່ງ​ໃຫ້​ສົ່ງ​ໜັງສື
ຜ່ານ​ແດນຄືນ. ນັບ​ແຕ່​ນັ້ນ​ມາທ່ານ​ນາງບໍ່​ໄດ້​ເດີນທາງ​ອອກ​ຈາກ​ມຽນມາ ຍ້ອນຢ້ານ​ວ່າ​
ພວກ​ຜູ້ນຳ ລັດຖະບານທະຫານ​ ທີ່​ເຂົ້າກໍາອໍານາດ ມາຈົນ​ເຖິງ​ປີ 2011 ນັ້ນ ຈະ​ບໍ່
ອະນຸຍາດ​ໃຫ້​ທ່ານ​ນາງກັບ​ຄືນປະ​ເທດ​.

ການ​ເດີນທາງ​ຢ້ຽມ​ຢາມ​ຢູ​ໂຣບຂອງ​ທ່ານ​ນາງ ແມ່ນຈະ​ມີ​ຂຶ້ນຫຼັງຈາກ​ໄດ້​ມີ​ການປ່ຽນ​
ແປງ​ຫລາຍໆ​ຢ່າງ​ຢູ່ໃນ​ມຽນມາຮວມ​ທັງ​ການ​ເລືອກ​ຕັ້ງ​ຄັ້ງ​ປະ​ຫວັດ​ສາດໃນ​ເດືອນ​ເມສາ
ທີ່​ທ່ານ​ນາງ​ໄດ້​ຊະນະ​ບ່ອນ​ນັ່ງ​ຢູ່​ໃນສະພາ ທີ່ເຂົ້າມາ​ແທນການປົກຄອງ​ແບບ​ຜະ​ເດັດ​
ການຂອງ​ທະຫານ​ເປັນ​ເວລາ​ເກືອບ ຫ້າ​ທົດ​ສະ​ວັດ​.

​ໃນ​ວັນ​ພະຫັດຜ່ານມາ​ນີ້ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary
Clinton ​ໄດ້​ປະກາດໂຈະ ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຕໍ່​ມຽນມາ ຊຶ່ງ​ໄດ້​ຫ້າມ​ບໍ່​
ໃຫ້ສະຫະລັດ ໄປ​ລົງ​ທືນ​ໃນ​ປະ​ເທດດັ່ງກ່າວມາ​ເປັນ​ເວລາ 15 ປີ​. ທ່າ​ນນາງ Clinton ​
ຍັງໄດ້​ປະກາດວ່າ ທ່ານ Derek Mitchell ຜູ້ຕາງໜ້າ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງປະ
​ເທດສະຫະລັດ​ປະຈຳ​ມຽນມາ ຈະ​ໄດ້​ຖືກແຕ່ງຕັ້ງໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດຂອງ​
ສະຫະລັດ ປະ​ຈໍາ​ປະ​ເທດດັ່ງກ່າວ.

This item is part of
XS
SM
MD
LG