ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ອຍຜູ້ນຳຝ່າຍຄ້ານມຽນມາ


ພວກສະໜັບສະໜຸນ ຜູ້ນຳປະຊາທິປະໄຕໃນມຽນມາ ທີ່ຖືກກັກບໍລິເວນ ທ່ານນາງອອງຊານຊູຈີ ພາກັນຖືຮູບ ຂອງທ່ານນາງ ທີ່ສຳນັກງານຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໃນນະຄອນຢ່າງກຸ້ງ (12 ພະຈິກ 2010)
ພວກສະໜັບສະໜຸນ ຜູ້ນຳປະຊາທິປະໄຕໃນມຽນມາ ທີ່ຖືກກັກບໍລິເວນ ທ່ານນາງອອງຊານຊູຈີ ພາກັນຖືຮູບ ຂອງທ່ານນາງ ທີ່ສຳນັກງານຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໃນນະຄອນຢ່າງກຸ້ງ (12 ພະຈິກ 2010)

ພວກສະໜັບສະໜຸນທ່ານນາງອອງຊານຊູຈີ ຜູ້ນຳປະຊາ
ທິປະໄຕຂອງມຽນມາກຳລັງໄປເຕົ້າໂຮມກັນທີ່ສຳນັກງານ
ຂອງພັກການເມືອງທ່ານນາງ ທີ່ນະຄອນຢ່າງກຸ້ງເພື່ອກະ
ກຽມໃນການທີ່ຄາດກັນວ່າທ່ານນາງຈະຖືກປ່ອຍຈາກການ
ກັກບໍລິເວນ.

ການກັກບໍລິເວນເທື່ອລ່າສຸດຂອງທ່ານອອງຊານຊູຈີ ມີກຳ
ນົດຈະໝົດລົງ ໃນວັນເສົາມື້ອື່ນ.

ມີຂ່າວບາງກະແສທີ່ຄາດຄະເນກັນວ່າທ່ານອາດຈະຖືກປ່ອຍ
ໃນວັນສຸກມື້ນີ້ກໍເປັນໄດ້ແຕ່ທະນາຍຄວາມຂອງທ່ານນາງຄື
ທ່ານ Nyan Win ບໍ່ສາມາດໃຫ້ການຢືນຢັນກ່ຽວກັບເລື່ອງ
ນີ້.

ທ່ານນາງອອງຊານຊູຈີໄດ້ຖືກພົບເຫັນວ່າມີຄວາມຜິດໃນປີກາຍຍ້ອນໄດ້ລະເມີດເງື່ອນໄຂ
ຄຳສັ່ງກັກບໍລິເວນທ່ານນາງກ່ອນໜ້ານັ້ນ ເວລາທ່ານນາງໄດ້ໃຫ້ບ່ອນພັກເຊົາແກ່ຜູ້ຊາຍ
ຊາວອະເມຣິກັນຄົນນຶ່ງ ທີ່ໄດ້ລອຍນໍ້າໄປຫາເຮືອນຂອງທ່ານນາງ ທີ່ຕັ້ງຢູ່ແຄມບຶງໂດຍບໍ່
ໄດ້ຖືກເຊື້ອເຊີນ.

ທ່ານນາງໄດ້ຖືກຕັດສິນໂທດໃຫ້ອອກແຮງງານໜັກເປັນເວລາ 3 ປີ ແຕ່ນາຍພົນ Than
Shwe ຜູ້ນຳອຳນາດການປົກຄອງທະຫານມຽນມາໄດ້ຜ່ອນຜັນໂທດໃຫ້ເປັນກັກບໍລິເວນ
ຕື່ມອີກ 1 ປີເຄິ່ງ.

XS
SM
MD
LG