ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ປ່ອຍ ທ່ານນາງ ອອງຊານ ຊູຈີ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ພວກຜູ້ນຳ ລັດຖະບານ ທະຫານມຽນມາ ປ່ອຍຜູ້ນຳ ພັກຝ່າຍຄ້ານ ຂອງມຽນມາ ທ່ານນາງ ອອງ ຊານຊູຈີ.

ການຮ້ອງຂໍ ຂອງທ່ານ ໂອບາມາ ໃນມື້ວັນສຸກວານນີ້ ມີຂຶ້ນ ຂະນະທີ່ ພວກສະໜັບສະໜຸນ ທ່ານນາງ ອອງຊານ ຊູຈີ ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ຢູ່ໃນທົ່ວໂລກ ເລີ້ມພາກັນ ສະເຫຼີມສະຫຼອງ ວັນເກີດຂອງ ທ່ານນາງ. ທ່ານນາງ ອອງຊານ ຊູຈີ ມີອາຍຸ 65 ປີ ໃນວັນເສົາ ມື້ນີ້.

ພວກນັກເຄື່ອນໄຫວ ຈາກກຸ່ມແນວໂຮມ ມຽນມາເສລີ ທີ່ຟີລິບປິນ ໄດ້ພາກັນຮ້ອງເພງ ສຸກສັນວັນເກີດ ແລະຕັດຂະໜົມເຄັກ ຢູ່ນອກ ສະຖານທູດມຽນມາ ໃນກຸງມະນີລາ.

ທີ່ກຸງລອນດອນ ລັດຖະມົນຕີ ການຕ່າງປະເທດ ອັງກິດ ທ່ານ WILLIAM HAGUE ທຳການຮຽກຮ້ອງ ຄັ້ງໃໝ່ ໃຫ້ປ່ອຍທ່ານນາງ ອອງຊານ ຊູຈີ ໂດຍເວົ້າວ່າ ການສືບຕໍ່ ຈັບກຸມທ່ານນາງ ແລະພວກນັກໂທດ ການເມືອງ ອື່ນໆອີກ 2 ພັນ 100 ກວ່າຄົນ ຢູ່ໃນມຽນມານັ້ນ ແມ່ນເປັນການຝ່າຝືນ ຕໍ່ກົດໝາຍ ສິດທິມະນຸດ ຂອງນາໆຊາດ.

ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ທ່ານ BAN KI MOON ກ່າວວ່າ ທ່ານຍັງມີ ຄວາມວິຕົກກັງວົນ ເປັນທີ່ສຸດ ທີ່ທ່ານນາງ ອອງຊານ ຊູຈີ ຍັງຖືກ ກັກບໍລິ ເວນຢູ່.

ການໂຮມຊຸມນຸມປະທ້ວງ ເພື່ອຮຽກຮ້ອງ ໃຫ້ມີການປ່ອຍ ທ່ານນາງ ໄດ້ມີການວາງແຜນ ຈະຈັດໃຫ້ມີຂຶ້ນ ໃນວັນເສົາມື້ນີ້ ຢູ່ຕາມ ຫົວເມືອງຕ່າງໆ ທົ່ວໂລກ ຮວມທັງ ນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.

ພວກຜູ້ນຳ ລັດຖະບານ ທະຫານມຽນມາ ໄດ້ທຳການ ຈັບກຸມຄຸມຂັງ ທ່ານນາງ ອອງຊານ ຊູຈີ ບໍ່ໃນຮູບໃດ ກໍໃນຮູບນຶ່ງ ເກືອບ 15 ປີ ໃນຮອບ 21 ປີຜ່ານມາ. ທ່ານນາງ ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ໃນປີ 1991.

XS
SM
MD
LG