ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Aug San Suu Kyi ກ່າວຄໍາປາໄສ ຄັ້ງທໍາອິດ ໃນສະພາມຽນມາ


ທ່ານນາງ Aung San Suu Kyi ຜູ້​ນໍ​າຝ່າຍ​ຄ້ານມຽນມາ ກ່າວຢູ່ໃນສະພາ
ທ່ານນາງ Aung San Suu Kyi ຜູ້​ນໍ​າຝ່າຍ​ຄ້ານມຽນມາ ກ່າວຢູ່ໃນສະພາ



ຜູ້​ນໍ​າຝ່າຍ​ຄ້ານມຽນມາ ທ່ານ​ນາງ Aung San Suu Kyi ​ໄດ້ໃຊ້ຄໍ​າປາ​ໄສ ຄັ້ງ​ທໍາ​ອິດຂອງ​
ທ່ານ​ນາງຢູ່​ໃນ​ສະພາ ຮຽກຮ້ອງ​ໃຫ້ມີ​ການ​ອອກ​ກົດໝາຍ​ປ້ອງ​ກັນ​ສິດທິຂອງ​ບັນດາ​ຊົນເຜົ່າ
ນ້ອຍຕ່າງໆຂອງ​ປະ​ເທດ.

ທ່ານ​ນາງ​ຊູ​ຈີ ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິພາບ ​ໄດ້ກ່າວຄໍາ​ປາ​ໄສ​ໃນ​ວັນ​ພຸດ​ມື້​ນີ້
ຮຽກຮ້ອງ​ໃຫ້​ມີ​ສິດສະ​ເໝີ​ພາບ​ແກ່​ທຸກໆ​ຊົນ​ເຜົ່າ ​ໃນ​ຖານະເປັນ ພາກ​ສ່ວນ​ນຶ່ງ​ຂອງ​ການ​ຫັນ​
ປ່ຽນ​ໄປ​ສູ່ ປະຊາທິປະໄຕ ​ໃນ​ມຽນມາ.

ການ​ມີໜ້າ​ຂອງທ່ານ​ນາງ Aung San Suu Kyi ຢູ່​ໃນ​ສະພາ ​ແມ່ນ​ເປັນ​ຂີດ​ໝາຍຂັ້ນ​ຕອນ​ໃໝ່ ​
ໃນ​ການ​ຕໍ່ສູ້​ມາ​ເປັນ​ເວລາ​ນານ​ຂອງ​ທ່ານ​ນາງ ​ເພື່ອນໍາ​ເອົາ​ປະຊາທິປະໄຕ ມາສູ່​ບ້ານ​ເກີດເມືອງ​
ນອນ​ຂອງ​ທ່ານນາງ ຫລັງ​ຈາກ​ທີ່ໄດ້​ຖືກ​ກັກ​ຂັງ​ເປັນ​ເວລາ​ເກືອ​ບ 15 ປີ ພາຍໃຕ້​ການ​ປົກ​ຄອງ​
ຂອງ​ທະຫານ.

ພັກ​ຂອງ​ທ່ານນາງ ຄື​ພັກສັນນິບາດ​ເພື່ອປະຊາ​ທິປະໄຕ​ແຫ່ງ​ຊາດ ບັດ​ນີ້​ແມ່ນ ໄດ້​ກາຍ​ມາ​ເປັນ
​ພັກນຶ່ງ​ໃນລະບົບ​ການ​ເມືອງຂອງ​ປະ​ເທດ​ແລ້ວ​ ລຸນ​ຫລັງ​ການ​ເລືອກ​ຕັ້ງຄັ້ງ​ປະຫວັດສາດ ໃນ​
ເດືອນ​ເມສາ ທີ່​ມຽນມາ ແລະ​ການ​ປ່ຽນ​ແປງອື່ນ​ໆ ຂັ້ນ​ກ້ວາງ​ຂວາງ ໂດຍ​ລັດຖະບານ​ພົນລະ​
ເຮືອນ​ແຕ່​ໃນ​ນາມ ຊຸດ​ໃໝ່​ຂອງ​ປະ​ເທດ.

XS
SM
MD
LG