ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາເຊີນ ທ່ານນາງ ອອງຊານຊູຈີ ໄປຢ້ຽມຢາມ


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ປະນົມມືອະທິຖານ ຂະນະທີ່ທ່ານນາງຖວາຍຜ້າສະບົງ ໃຫ້ແກ່ພະສົງ ຢູ່ທີ່ສຳນັກງານພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ນະຄອນຢ່າງກຸ້ງ (8 ທັນວາ 2010)
ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ປະນົມມືອະທິຖານ ຂະນະທີ່ທ່ານນາງຖວາຍຜ້າສະບົງ ໃຫ້ແກ່ພະສົງ ຢູ່ທີ່ສຳນັກງານພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ນະຄອນຢ່າງກຸ້ງ (8 ທັນວາ 2010)

ການາດາໄດ້ເຊື້ອເຊີນຜູ້ນຳປະຊາທິປະໄຕຂອງມຽນມາທ່ານ
ນາງອອງຊານຊູຈີໃຫ້ເດີນທາງໄປຢ້ຽມຢາມປະເທດດັ່ງກ່າວ
ເພື່ອຮັບເອົາການເປັນພົນລະເມືອງກິດຕິມະສັກ ທີ່ໄດ້ມອບ
ໃຫ້ທ່ານນາງໃນປີ 2007 ນັ້ນດ້ວຍໂຕຂອງທ່ານນາງເອງ.

ໃນຖະແຫຼງຂ່າວຢ່າງເປັນທາງການມື້ວານນີ້ນາຍົກລັດຖະ
ມົນຕີການາດາ ທ່ານ Stephen Harper ຍັງຮຽກຮ້ອງ
ໃຫ້ລັດຖະບານມຽນມາທຳການພົວພັນແບບມີຄວາມໝາຍ
ແລະການສົນທະນາຫາລື ແບບເປີດກວ້າງ ກັບທ່ານນາງ
ອອງຊານຊູຈີ ແລະຜູ້ນຳຝ່າຍຄ້ານຄົນອື່ນໆ.

ນອກຈາກທ່ານນາງອອງຊານຊູຈີທີ່ໄດ້ຖືກປ່ອຍຈາກ
ການກັກບໍລິເວນເປັນເວລາ 7 ປີໃນວັນທີ 13 ພະຈິກ
ຜ່ານມານີ້ແລ້ວ ຖານະພົນລະເມືອງກິດຕິມະສັກຂອງ
ການາດາ ແມ່ນໄດ້ມີການມອບໃຫ້ແຕ່ພຽງ 4 ຄົນທໍ່ນັ້ນ
ຮວມທັງອົງດາໄລລາມະ ແລະອະດີດປະທານາທິບໍດີອາ
ຟຣິກາໃຕ້ ທ່ານ Nelson Mandela.

ທ່ານ Harper ເວົ້າວ່າ ທ່ານເຂົ້າໃຈດີວ່າ ບູລິມມະສິດຂອງທ່ານນາງອອງຊານໃນເວລານີ້
ກໍ ຄືເພັ່ງເລັງໃສ່ການເຈລະຈາຫາລືກັບພວກນນາຍພົນຂອງລັດຖະບານທະຫານ ແຕ່ທ່ານ
ກໍເວົ້າວ່າທ່ານຫວັງວ່າທ່ານນາງຈະຮັບເອົາການເຊື້ອເຊີນດັ່ງກ່າວພາຍໃນເວລາທີ່ເໝາະສົມ.

XS
SM
MD
LG