ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານມຽນມາ ຮູ້ສຶກມີກໍາລັງໃຈ ນຳການພົບປະ ກັບປະທານາທິບໍດີ


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ (ຊ້າຍ) ແລະປະ
ທານາທິບໍດີ Thein Sein ຖ່າຍຮູບຮ່ວມກັນ ກ່ອນການພົບປະທີ່ທຳ ນຽບປະທານາທິບໍດີ ໃນນະຄອນຫຼວງເນປີດໍ (19 ສິງຫາ 2011)
ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ (ຊ້າຍ) ແລະປະ ທານາທິບໍດີ Thein Sein ຖ່າຍຮູບຮ່ວມກັນ ກ່ອນການພົບປະທີ່ທຳ ນຽບປະທານາທິບໍດີ ໃນນະຄອນຫຼວງເນປີດໍ (19 ສິງຫາ 2011)

ຜູ້ນຳປະຊາທິປະໄຕຂອງມຽນມາ ທ່ານນາງອອງຊານຊູຈີກ່າວວ່າ ທ່ານນາງມີຄວາມພໍໃຈ ໃນການພົບປະເທື່ອທຳອິດກັບປະທານາທິບໍດີພົນລະເຮືອນຄົນໃໝ່ ຂອງມຽນມາ.

ທ່ານນາງອອງຊານຊູຈີຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບກ່າວຕໍ່ພວກນັກ
ຂ່າວໃນວັນເສົາມື້ນີ້ວ່າ ທ່ານນາງໄດ້ຮັບກຳລັງໃຈໃນການພົບປະເປັນເວລານຶ່ງຊົ່ວໂມງກັບ
ປະທານາທິບໍດີ Thien Sein ໃນມື້ວັນສຸກວານນີ້.

ທ່ານນາງບໍ່ໄດ້ແຈ້ງໃຫ້ຊາບຢ່າງສະເພາະເຈາະຈົງວ່າພວກທ່ານໄດ້ສົນທະນາຫາລືກັນກ່ຽວ
ກັບເລື່ອງໃດແດ່.

ທ່ານນາງອອງຊານຊູຈີໄດ້ຄ້າງຄືນ ທີ່ນະຄອນຫຼວງເນປີດໍ ແລະໃນຕອນເຊົ້າຂອງວັນເສົາ
ມື້ີນີ້ກໍໄດ້ໄປຮ່ວມກອງປະຊຸມສະພາພັດທະນາເສດຖະກິດ ທີ່ໄດ້ຮັບຄວາມອຸບປະຖຳໂດຍ
ລັດຖະບານ.

ນີ້ແມ່ນການເດີນທາງເທື່ອທຳອິດຂອງທ່ານນາງໄປຢ້ຽມຢາມນະຄອນຫຼວງດ້ານການປົກຄອງ
ຂອງມຽນມາ ຊຶ່ງໄດ້ສ້າງຂຶ້ນໃນລະຫວ່າງຊ່ວງເວລາທີ່ທ່ານນາງຖືກກັກບໍລິເວນເທື່ອແລ້ວ.

XS
SM
MD
LG