ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນໍາປະຊາທິປະໄຕມຽນມາ ພົບປະກັບ ປະທານາທິບໍດີ


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ
ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ

ເຈົ້າໜ້າທີ່ຄົນນຶ່ງຂອງລັດຖະບານມຽນມາກ່າວວ່າ ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິ
ປະໄຕຂອງມຽນມາໄດ້ພົບປະໃນວັນສຸກມື້ນີ້ ກັບປະທານາທິບໍດີ Thien Sein ທີ່ນະຄອນ
ຫຼວງເນປີດໍ.

ນີ້ແມ່ນການພົບປະເທື່ອທຳອິດ ລະຫວ່າງທ່ານນາງອອງຊານຊູຈີຜູ້ທີ່ໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບແລະປະທານາທິບໍດີພົນລະເຮືອນຄົນທຳອິດຂອງມຽນມາ.

ເຈົ້າໜ້າທີ່ລັດຖະບານທີ່ຂໍສະຫງວນຊື່ຂອງມຽນມາ ກ່າວວ່າ ບຸກຄົນທັງສອງພົບປະກັນທີ່ທຳ
ນຽບປະທານາທິບໍດີ ແຕ່ບໍ່ໄດ້ແຈ້ງໃຫ້ຊາບວ່າພວກທ່ານໄດ້ສົນທະນາຫາລືກັນກ່ຽວກັບເລື່ອງ
ໃດແດ່ໃນລະຫວ່າງການພົບປະເປັນເວລາສັ້ນໆນັ້ນ.

ໃນເດືອນມີນາຜ່ານມາ ລະບອບການປົກຄອງທະຫານມຽນມາໄດ້ໂອນອຳນາດໃຫ້ແກ່ລັດຖະ
ບານພົນລະເຮືອນ ພຽງແຕ່ໃນນາມພາຍ ໃຕ້ການນຳພາຂອງອະດີດນາຍພົນ Thien Sein
ລຸນຫຼັງການປົກຄອງຂອງພວກທະຫານມາເປັນເວລາເກືອບເຄິ່ງສັດຕະວັດ.

ທ່ານນາງອອງຊານຊູຈີໄດ້ຖືກປ່ອຍຈາກການກັກບໍລິເວນເປັນເວລາ 7 ປີ ໃນເດືອນພະຈິກປີ
ກາຍ ບໍ່ດົນຫຼັງຈາກການເລືອກຕັ້ງແຫ່ງຊາດທີ່ທ່ານນາງແລະພັກສັນນິບາດແຫ່ງຊາດເພື່ອປະ
ຊາທິປະໄຕຂອງທ່ານນາງ ບໍ່ໄດ້ປະກອບສ່ວນເຂົ້າຮ່ວມນຳ.

XS
SM
MD
LG