ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ ອອງຊານ ຊູຈີ ໄດ້ໄປເປີດຕົວເປັນຄັ້ງປະຫວັດສາດຢູ່
ທີ່ສະພາແຫ່ງຊາດ.
ຜູ້ຊະນະລາງວັນໂນແບລຂະແໜງສັນຕິພາບທ່ານນີ້ ໄດ້ເຂົ້າປະຈໍາບ່ອນນັ່ງຂອງຕົນ ທີ່ ສະພາຕໍ່າຂອງມຽນມາເປັນຄັ້ງທໍາອິດໃນວັນຈັນມື້ນີ້ ຢູ່ເນປິດໍ ນະຄອນຫລວງດ້ານການ
ປົກຄອງ. ການມີໜ້າຂອງທ່ານນາງ ອອງຊານ ຊູຈີ ແມ່ນເປັນຂີດໝາຍບັ້ນຕອນຂອງການ ຕໍ່ສູ້ທີ່ຍືດເຍື້ອຍາວນານຂອງທ່ານນາງ ເພື່ອນໍາເອົາປະຊາທິປະໄຕມາສູ່ບ້ານ ເກີດເມືອງ
ນອນຂອງຕົນ.
ທ່ານນາງໄດ້ເຂົ້ານັ່ງໃນສະພາ ຮ່ວມກັບເພື່ອນສະມາຊິກພັກສັນນິບາດແຫ່ງຊາດເພື່ອປະ
ຊາທິປະໄຕ ຫລື NLD ພ້ອມກັບບັນດາຜູ້ແທນຄົນອື່ນໆ. ສະພາແຫ່ງຊາດຂອງມຽນມາ ຍັງຖືກຄອບຄອງໂດຍທະຫານ ແລະພັນທະມິດທາງການເມືອງຂອງພວກເຂົາຢູ່.
ພັກ NLD ຊຶ່ງໃນຄັ້ງນຶ່ງ ເຄີຍເປັນພັກຢູ່ທາງນອກ ທີ່ຕໍ່ຕ້ານລັດຖະບານນັ້ນ ບັດນີ້ ໄດ້
ກາຍມາເປັນພັກການເມືອງຫລັກພັກນຶ່ງ ລຸນຫລັງການເລືອກຕັ້ງຄັ້ງສໍາຄັນໃນ ເດືອນເມ
ສາທີ່ຜ່ານມາຂອງມຽນມາ ແລະການປ່ຽນແປງຢ່າງກວ້າງຂວາງຂອງລັດຖະບານຊຸດໃໝ່.