ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ອອງຊານ ຊູຈີ ທ້າທາຍ ລັດຖະບານມຽນມາ


ທ່ານນາງ ອອງຊານ ຊູຈີ ໃນພິທີສາສະໜາຢ່າງນຶ່ງ
ທ່ານນາງ ອອງຊານ ຊູຈີ ໃນພິທີສາສະໜາຢ່າງນຶ່ງ

ຜູ້ນໍາພັກຝ່າຍຄ້ານຂອງມຽນມາ ທ່ານນາງ ອອງຊານ ຊູຈີ ໄດ້ທ້າທາຍຕໍ່ລັດຖະບານ
​ໂດຍການໄປຮ່ວມໃນພິທີ​ໃຫ້ກຽດແກ່ພວກທີ່ໄດ້ຮັບເຄາະຮ້າຍ ໃນການລຸກຮືຂຶ້ນຕໍ່ຕ້ານ
ລັດຖະບານທະຫານ ທີ່ບໍ່ສໍາເລັດຜົນ ໃນປີ 1988 ນັ້ນ.


ພິທີດັ່ງກ່າວທີ່ຈັດຂຶ້ນໃນວັນຈັນມື້ນີ້ ແມ່ນເປັນຂີດໝາຍຄົບຮອບ 23 ປີ ຂອງຂະບວນ
ການ 8.8.88 ຫລືການລຸກຮືຂຶ້ນເມື່ອວັນທີ 8 ເດືອນ 8 ປີ 1988 ທີ່ໄດ້ພາໃຫ້ທ່ານນາງ
ອອງຊານ ຊູຈີ ກ້າວຂຶ້ນມາເປັນຜູ້ນໍາຂະບວນການເພື່ອປະຊາທິປະໄຕ ໃນມຽນມານັ້ນ.
ໃນງານວັນຈັນມື້ນີ້​ ທ່ານນາງໄດ້ກ່າວຮຽກຮ້ອງປະຊາຊົນປະມານ 400 ຄົນ​ ບໍ່ໃຫ້ລືມ
ການກວາດລ້າງປາບປາມຂອງລັດຖະບານທະຫານ ທີ່ຍັງຜົນໃຫ້ມີຄົນເສຍຊີວິດເຖິງ 3,000 ຄົນນັ້ນ.


ກຸ່ມປົກປ້ອງສິດທິມະນຸດ​ໄດ້ໃຊ້ໂອກາດການສະຫຼອງຄົບຮອບດັ່ງກ່າວນີ້ ເນ້ນຢໍ້າຄໍາ
ຮຽກຮ້ອງຂອງຕົນ ທີ່ຢາກໃຫ້ມີການຈັດຕັ້ງຄະນະກໍາມະການນາໆຊາດຂຶ້ນນມາ
ສອບສວນການກໍ່ອາຊະຍາກໍາຕ້ານມະນຸດຊາດຂອງພວກຜູ້ນໍາມຽນມາ ຕາມທີ່ມີການ ກ່າວຫານັ້ນ.


ການຈັດງານດັ່ງກ່າວມີຂຶ້ນ​ນຶ່ງມື້​ ຫຼັງຈາກທີ່ຜູ້ນໍາປະຊາທິປະໄຕທີ່ໄດ້ຮັບລາວວັນໂນ
ແບລ ຂະແໜງສັນຕິພາບ ໄດ້ປະກາດວ່າ ທ່ານນາງຈະເດີນທາງອອກນອກນະຄອນ​
ຢາງກຸ້ງ ໂດຍມີເປົ້າໝາຍທາງການເມືອງ ເຖິງແມ່ນໄດ້ມີການເຕືອນຈາກລັດຖະບານ
ທີ່ນິຍົມທະຫານວ່າ ໃຫ້ທ່ານນາງຢຸດເຊົາການເຄື່ອນໄຫວທາງການເມືອງທຸກຢ່າງກໍຕາມ.


ໂຄສົກຄົນນຶ່ງກ່າວວ່າ ທ່ານນາງ ອອງຊານ ຈະອອກເດີນທາງໄປເມືອງ Bago ຊຶ່ງຢູ່
ຫ່າງຈາກນະຄອນຢ່າງກຸງ 80 ຫຼັກກິໂລແມັດໃນວັນອາທິດຈະມານີ້ ເພື່ອເຂົ້າຮ່ວມພິທີ
ເປີດຫໍສະມຸດ 2 ແຫ່ງ ແລະພົບພໍ້ກັບພວກກຸ່ມເຄືອຂ່າຍການເມືອງ ຢູ່ທີ່ນັ້ນ.



XS
SM
MD
LG