ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານບໍ່ຮັບພິຈາລະນາ ຄໍາອຸທອນຂອງທ່ານນາງອອງຊານ ຊູຈີ


ສະມາຊິກຂອງພັກ National Democratic Force party (NDF) ຜູ້ນຶ່ງ ເອົາຮູບ ຂອງທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມາ ທີ່ຖືກກັກໂຕໃຫ້ຢູ່ແຕ່ໃນບໍລິເວນບ້ານເຮືອນນັ້ນ ຕິດໃສ່ປະຕູເຂົ້າ ສຳນັກງານໃຫຍ່ຂອງພັກ ໃນນະຄອນຢ້າງກຸ້ງ ໃນວັນສຸກ ທີ 5 ພະຈິກ, 2010. (AP Photo/Khin Maun
ສະມາຊິກຂອງພັກ National Democratic Force party (NDF) ຜູ້ນຶ່ງ ເອົາຮູບ ຂອງທ່ານນາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມາ ທີ່ຖືກກັກໂຕໃຫ້ຢູ່ແຕ່ໃນບໍລິເວນບ້ານເຮືອນນັ້ນ ຕິດໃສ່ປະຕູເຂົ້າ ສຳນັກງານໃຫຍ່ຂອງພັກ ໃນນະຄອນຢ້າງກຸ້ງ ໃນວັນສຸກ ທີ 5 ພະຈິກ, 2010. (AP Photo/Khin Maun

ສານ​ສູງ​ສຸດ​ຂອງ​ມຽນມາ ​ບໍ່​ຍອມຮັບ​ຟັງ​ຄໍາ​ອຸທອນ​ ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະ ຊາທິປະ​ໄຕ​ໃນ​ມຽນມາ ກ່ຽວ​ກັບ​ການ​ກັກ​ໂຕ​ທ່ານ​ນາງ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ​ນັ້ນ.

ກໍານົດ​ການ​ກັກ​ໂຕ​ຜູ້​ນໍາ​ຝ່າຍ​ຄ້ານ​ໃຫ້​ຢູ່​ໃນ​ບໍ​ລີ​ເວນ​ບ້ານ​ເຮືອນ​ຈະ​ໝົດ​ອາຍຸ​ໃນ​ວັນ​ເສົາ​ສັບປະດາ​ນີ້ ​ແຕ່​ທ່ານ​ນາງ​ໄດ້​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຈະທໍາ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ກົດໝາຍ​ເພື່ອສະແດງໃຫ້ເຫັນວ່າ ການ​ກັກ​ໂຕ​ທ່ານ​ນາງ​ນີ້​ບໍ່ຖືກຕ້ອງ​ຕາມ​ກົດໝາຍ.

ທ່ານ​ນາງ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ປີ​ແລ້ວ​ນີ້ ​ໃນ​ຂໍ້​ຫາ​ຖານ​ລະ​ເມີດຂໍ້​ກໍານົດ​ຕ່າງໆ​ຂອງ ຄໍາ​ສັ່ງ​ຈັບ​ກຸມ​ທ່ານ​ນາງ​ກ່ອນ​ໜ້າ​ນັ້ນ ​ເວລາ​ທ່ານ​ນາງໃຫ້​ບ່ອນ​ພັກ​ເຊົາ​ແກ່​ຜູ້​ຊາຍ​ອະ​ເມ​ລິ​ກັນ​ຄົນ​ນຶ່ງ​ທ່ີ​ລອຍ​ຂ້າມ​ບຶງ​ມາ​ຍັງ​ບ້ານພັກ​ຂອງ​ທ່ານ​ນາງ​ຢູ່​ແຄມ​ບຶງ​ໃນ​ນະຄອນຢັ້ງ​ກຸ້ງໂດຍ​ບໍ່​ມີ​ການ​ຮັບ​ເຊີນ​ນັ້ນ. ໃນ​ຂໍ້​ຫາ​ທີ່ວ່າ​ນີ້ ທ່ານ​ນາງ​ຖືກ​ຕັດສິນ​ໂທດ​ຈໍາ​ຄຸກ​ໃນ​ຄ້າຍ​ສັບພະ​ທຸກເປັນ​ເວລາ 3 ປີ ​ແຕ່​ນາຍ​ພົນ Than Shwe ຜູ້​ນໍາ​ອໍານາດ​ປົກຄອງທະຫານ​ມຽນມາລົດ​ໂທດ​ນັ້ນ​ລົງ​ມາ​ໃຫ້​ທ່າ​ນນາງ​ ເປັນການກັກ​ໂຕ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອ​ຢູ່​ຕໍ່ມາ​ຕື່ມ​ອີກ 18 ເດືອນ.

ພວກ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ຂ່າວ​ໃດໆ​ເທື່ອ​ວ່າ ທ່ານ​ນາງ​ຈະ​ຖືກ​ປ່ອຍ​ໂຕ​ໃນວັນເສົາ​ນີ້​ຫລື​ບໍ ​ເວລາ​ກໍານົດ​ການ​ກັກ​ໂຕ​ທ່ານ​ນາງ​ໝົດ​ອາຍຸ​ລົງ​ນັ້ນ.

XS
SM
MD
LG