ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງ ຊານ ຊູຈີ ຈົດທະບຽນ ລົງສະມັກ ເລືອກຕັ້ງ ຢ່າງເປັນທາງການ


ທ່ານນາງ Aung San Suu Kyi ໂບກມືໃຫ້ບັນດາຜູ້ສະໜັບສະໜູນ ຢູ່ທີ່ສໍານັກງານແຫ່ງນຶ່ງ ທີ່ຫາກໍເປີດໃໝ່ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ທີ່ນະຄອນຢາງກຸ້ງ, ວັນທີ 17 ມັງກອນ 2012. (AP Photo/Khin Maung Win)
ທ່ານນາງ Aung San Suu Kyi ໂບກມືໃຫ້ບັນດາຜູ້ສະໜັບສະໜູນ ຢູ່ທີ່ສໍານັກງານແຫ່ງນຶ່ງ ທີ່ຫາກໍເປີດໃໝ່ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ທີ່ນະຄອນຢາງກຸ້ງ, ວັນທີ 17 ມັງກອນ 2012. (AP Photo/Khin Maung Win)

ຜູ້ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ ທ່ານນາງ ອອງຊານ​ຊູ​ຈີ ​ໄດ້​ສະມັກ​ຢ່າງ​ເປັນ​ທາງ​ການເພື່ອ​
ຈະ​ເຂົ້າ​ແຂ່ງ​ຂັນເອົາ​ບ່ອນ​ນັ່ງ​ຢູ່​ໃນ​ສະພາ​ແຫ່ງ​ຊາດ ​ໃນ​ການ​ເລືອກ​ຕັ້ງພິ​ເສດ ທີ່ຈະ​ມີ​ຂື້ນ
ໃນໄວໆ​ນີ້.

ທ່ານ​ນາງ ອອງຊານ​ຊູ​ຈີ ຜູ້​ທີ່​ເຄີຍໄດ້​ຮັບ​ລາງ​ວັນ ​ໂນ​ແບ​ລຂະ​ແໜງ​ສັນຕິ​ພາບ ໄດ້​ລົງ
ທະ​ບຽນ​ເປັນ​ຜູ້​ສະມັກໃນ​ວັນ​ພຸດ​ມື້ນີ້ ​ເພື່ອ​ເປັນ​ຜູ້ຕາງໜ້າ​ເຂດ​ນຶ່ງ​ທີ່ຢູ່​ນອກ​ນະຄອນ
ຢ່າງກູ້ງ. ທ່ານ​ນາງ​ພ້ອ​ມດ້ວຍ ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ​ທິປະໄຕ ຂອງ
ທ່ານ​ນາງ ໄດ້​ສະມັກ​ເຂົ້າແຂ່ງເອົາ​ບ່ອນ​ນັ່ງ 48 ບ່ອນຢູ່​ໃນ​ສະພາ​ແຫ່ງ​ຊາດ​ ທີ່​ຫວ່າງ​ລົງ
ໃນ​ການ​ເລືອກຕັ້ງຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 1 ​ເມສານີ້.

ການ​ຕັດ​ສິນ​ໃຈ​ສະ​ມັກ​ເປັນສະມາຊິກ​ສະພາຂອງທ່ານ​ນາງ ອອງຊານ​ຊູ​ຈີຄັ້ງ​ນີ້​ແມ່ນ
ຫລັກ​ຖານ​ອັນລ່າ​ສຸດຂອງ​ການປະຕິ​ຮູບປະຊາທິປະ​ໄຕ​ ນັບ​ແຕ່​ລັດຖະບານ​ຊຸດ​ໃໝ່ຊຶ່ງ
ເປັນ​ລັດຖະບານ​ພົນລະ​ເຮືອນ​ແຕ່​ພຽງ​ໃນ​ນາມ ຂອງ​ມຽນມາ ເຂົ້າກຳ​ອຳນາດ​ຈາກ
ພວກ​ທະຫານ​ທີີ່​ປົກຄອງ​ປະ​ເທດ​ມາ​ເປັນເວລາ​ຫຼາຍທົດ​ສະ​ວັດ ​ໃນ​ເດືອນ​ມີ​ນາ​ປີ​ແລ້​ວ
ຮວມທັງ​ການ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງຫຼາຍຮ້ອຍ​ຄົນ.

ເຖິງ​ແມ່ນ​ວ່າ ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຈະ​ໄດ້ຮັບໄຊ​ຊະນະ​ທັງ​ໝົດ​
48 ບ່ອນ​ນັ່ງ ​ໃນ​ການ​ເລືອກ​ຕັ້ງພິ​ເສດ​ກໍ​ຕາມ ແຕ່ກໍຈະ​ບໍ່​ເປັນ​ທີ​ພຽງພໍ​ທີ່​ຈະທ້າ​ທາຍ​
ຕໍ່​ສຽງ​ສ່ວນ​ຫຼາຍຂອງພັກ​ລັດຖະບານ ​ຊຶ່ງໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ພວກ​ທະຫານ​ນັ້ນ.

XS
SM
MD
LG