ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາປ່ອຍນັກສຶກສາ ຢ່າງໜ້ອຍ 20 ຄົນ ທີ່ຖືກຈັບ ໃນວັນສຸກຜ່ານມາ


ແມ່ຂອງອະດີດຜູ້ນໍານັກສຶກສາມຽນມາ ທີ່ເປັນນັກເຄື່ອນໄຫວຜູ້ນຶ່ງ ຖືຮູບລູກຊາຍຂອງລາວ
ທີ່ຫລິ້ນກິຕາ ຢູ່ນະຄອນຢາງກຸ້ງ ທີ່ຖືກຈັບໄປຂັງໄດ້ 14 ປີ ມາແລ້ວຍັງບໍ່ຖືກປ່ອຍ, ໃນວັນທີ 26 ເມສາ 2012. (AP Photo/Sakchai Lalit)
ແມ່ຂອງອະດີດຜູ້ນໍານັກສຶກສາມຽນມາ ທີ່ເປັນນັກເຄື່ອນໄຫວຜູ້ນຶ່ງ ຖືຮູບລູກຊາຍຂອງລາວ ທີ່ຫລິ້ນກິຕາ ຢູ່ນະຄອນຢາງກຸ້ງ ທີ່ຖືກຈັບໄປຂັງໄດ້ 14 ປີ ມາແລ້ວຍັງບໍ່ຖືກປ່ອຍ, ໃນວັນທີ 26 ເມສາ 2012. (AP Photo/Sakchai Lalit)

ເຈົ້າໜ້າທີ່ມຽນມາ ໄດ້ປ່ອຍນັກສຶກສາທີ່​ເປັນ​ພວກເຄື່ອນໄຫວ ຢ່າງໜ້ອຍ 20 ຄົນ ຊຶ່ງ
ໄດ້ຖືກຈັບ​ໃນວັນສຸກທີ່ຜ່ານມາ ຢູ່ໃນ 4 ຕົວເມືອງ ແລະຖືກກັກຕົວໄວ້ເປັນເວລານຶ່ງຄືນ ຢູ່ສະຖານທີ່ປິດລັບຫລາຍແຫ່ງ.

ພວກນັກສຶກສາດັ່ງກ່າວໄດ້ຖືກກັກ​ໂຕ ຢູ່ທີ່ນະຄອນຢາງກຸ້ງ, ມັນດາເລ, ລາຊີໂອ ແລະ
ຊເວັບໂບໃນ​ແລງວັນສຸກແລ້ວນີ້ ກ່ອນໜ້າວັນຄົບຮອບ 50 ປີ ໃນ​ວັນ​ເສົາ​ວານ​ນີ້ຂອງ​ເຫດ
ການປາບປາມຢ່າງໂຫດຮ້າຍ ຕໍ່ຂະບວນການລຸກຮືຂຶ້ນຂອງນັກສຶກສາ​. ໃນປີ 1962 ທະຫານໄດ້ຖິ້ມລະເບີດໃສ່ອາຄານຂອງສະຫະພັນນັກສຶກສາ ທີ່ມະຫາວິທະຍາໄລນະ
ຄອນຢ້າງກຸ້ງ ຊຶ່ງໄດ້ສັງຫານນັກສຶກສາຫລາຍສິບຄົນ ໃນຄວາມພະຍາຍາມ ເພື່ອສະ
ຫລາຍຕົວພວກນັກສຶກສາ ທີ່​ທໍາການປະທ້ວງຕ້ານການຂຶ້ນກໍາອໍານາດຂອງຈອມຜະ
ເດັດການ ນາຍພົນ Ne Win ນັ້ນ.

ອາຄານຂອງສະຫະພັນນັກສຶກສາທີ່ມະຫາວິທະຍາໄລ ນະຄອນຢ້າງກຸ້ງ ທີ່ທະຫານໄດ້ຖິ້ມລະເບີດໃສ່ໃນປີ 1962 ຊຶ່ງໄດ້ສັງຫານນັກສຶກສາຫລາຍສິບຄົນນັ້ນ.
ອາຄານຂອງສະຫະພັນນັກສຶກສາທີ່ມະຫາວິທະຍາໄລ ນະຄອນຢ້າງກຸ້ງ ທີ່ທະຫານໄດ້ຖິ້ມລະເບີດໃສ່ໃນປີ 1962 ຊຶ່ງໄດ້ສັງຫານນັກສຶກສາຫລາຍສິບຄົນນັ້ນ.

ພວກນັກເຄື່ອນໄຫວທາງການເມືອງ
ຊາວມຽນມາ ເອີ້ນການຈັບກຸມໃນວັນ
ສຸກຜ່ານມານັ້ນວ່າ ເປັນການເຂົ້າໃຈຜິດ
ແລະຮຽກຮ້ອງໃຫ້ລັດຖະບານທີ່ໜູນ
ຫລັງໂດຍທະຫານຈົ່ງສະແດງຄວາມ
ເຊື່ອໝັ້ນຕໍ່ພວກຜູ້ນໍານັກສຶກສາຫລາຍ
ຂຶ້ນກວ່າເກົ່າ.

ຜູ້ແທນຄະນະນຶ່ງຈາກສະມາຄົມປະຊາ​
ຊາດເອເຊຍຕາເວັນອອກສຽງໃຕ້ ຫລື
ອາຊ່ຽນ ທີ່ກໍາລັງຢ້ຽມຢາມມຽນມາຢູ່
ໃນເວລານີ້ ເອີ້ນການຈັບກຸມນັ້ນວ່າ ເປັນການກົດຂີ່ຂົ່ມເຫັງ ທີ່ພາໃຫ້​ຮູ້ສຶກ​ວ່າ ວິທີການປົກ
ຄອງແບບເກົ່າ ຍັງມີຜົນບັງຄົບໃຊ້ຢູ່
ເຖິງແມ່ນວ່າ​ໄດ້ມີການປະຕິຮູບທາງການເມືອງເລີ້ມຂຶ້ນ​ເມື່ອໝໍ່ໆມານີ້ກໍຕາມ.

ໃນຈໍານວນຜູ້ຖືກຈັບໃນວັນສຸກຜ່ານມານັ້ນ ມີຜູ້ນໍານັກສຶກສາ ທ້າວ ພຽວ ພຽວ ອອງ
(Pyo Pyo Aung) ຊຶ່ງເປັນນັກໂທດການເມືອງ ທີ່ຖືກປ່ອຍຕົວໃນປີກາຍນີ້ ພາຍ​ໃຕ້ການນີ
ລະໂທດກໍາ.

ພວກນັກສຶກສາໄດ້ໄປເຕົ້າໂຮມກັນຢູ່ມະຫາວິທະຍາໄລຢ້າງກຸ້ງ ໃນວັນເສົາວານນີ້ ແລະເວົ້າ
ວ່າ ການຈັບກຸມອາດສາມາດເຮັດໃຫ້ພາບພົດ​ໃນ​ທາງ​ບວກຂອງລັດຖະບານມຽນມາ ທີ່ປົກ
ຄອງປະ​ເທດ​ມາ​ໄດ້ 15 ເດືອນນັ້ນ ແປ້ວໄປ​ໄດ້.

XS
SM
MD
LG