ມຽນມາໄດ້ເປີດການປະມູນຂາຍເງິນຕາຕ່າງປະເທດເທື່ອທໍາອິດຂອງ ຕົນ ພາຍໃຕ້
ລະບົບ ທີ່ປ່ອຍໃຫ້ຄ່າຂອງເງິນ kyat ຂຶ້ນໆລົງໆ ຕາມລາຄາໃນທ້ອງຕະຫລາດ
ໂດຍບໍ່ຖືກຄວບຄຸມຈາກອັດຕາຕາຍໂຕຄືແຕ່ກ່ອນແລ້ວ.
ໜັງສືພີມລັດ New Light of Myanmar ໄດ້ປະກາດຂ່າວການປ່ອຍໃຫ້ອັດຕາແລກ
ປ່ຽນຂອງເງິນ kyat ລອຍໂຕ ໃນວັນອັງຄານ ວານນີ້ ໂດຍປະຖີ້ມອັດຕາ 8.5 kyat
ຕໍ່ນຶ່ງໂດລານັ້ນ. ຕະຫລາດໄດ້ກໍານົດອັດຕາແລກປ່ຽນໃນວັນອັງຄານ ໃສ່ 818
kyat ຕໍ່ນຶ່ງໂດລາ.
ລາຍງານກ່າວວ່າ ອັດຕາແລກປ່ຽນຈະຖືກກໍານົດໂດຍການປະມູນໃນ ແຕ່ລະມື້ ແລະ
ເວົ້າວ່າ ທະນາຄານກາງຫລືທະນາຄານແຫ່ງຊາດ ຮັກສາສິດທິ ໃນການເຂົ້າແຊກແຊງ
ເປັນບາງຄັ້ງບາງຄາວ ເພື່ອໄປປ້ອງກັນບໍ່ໃຫ້ຄ່າເງິນຕາ ມີການປ່ຽນແປງຂຶ້ນໆລົງໆ
ຫລາຍເກີນໄປ.
ໜັງສືພິມກ່າວວ່າ ການປະມູນເງິນຕາຕ່າງປະເທດຄັ້ງທໍາອິດ ໄດ້ມີຂື້ນໃນວັນຈັນ
ລະຫວ່າງ 11 ທະນາຄານເອກກະຊົນທີ່ໄດ້ຮັບອະນຸຍາດ. ອີກສາມທະນາຄານ
ທີ່ເປັນຂອງລັດນັ້ນ ກໍຈະໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມ ໃນທີ່ສຸດ .
ອາທິດແລ້ວນີ້ ໜັງສືພີມດັ່ງກ່າວລາຍງານວ່າ ລັດຖະບານຈະເຮັດວຽກເພື່ອເຮັດໃຫ້
ອັດຕາແລກປ່ຽນຕ່າງໆຂອງເງິນຕາຂອງປະເທດນັ້ນ ມີລາຕາດຽວກັນ ຊຶ່ງເປັນສ່ວນ
ນຶ່ງຂອງການປະຕິຮູບຫລາຍໆຊຸດ ທີ່ລັດຖະບານໄດ້ດໍາເນີນມາ ເພື່ອກະຕຸກຊຸກຍູ້
ເສດຖະກິດທີ່ເກືອບຕາຍໄປແລ້ວ ນັ້ນ.