ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາໃຊ້ນັກໂທດ ເປັນຄົນແບກຫາບເຄື່ອງ ຢູ່ແນວໜ້າ


ການໃຊ້ແຮງງານເດັກນ້ອຍ ໃນການສ້າງທາງ ຢູ່ນອກນະຄອນຢ່າງກຸ້ງ
ການໃຊ້ແຮງງານເດັກນ້ອຍ ໃນການສ້າງທາງ ຢູ່ນອກນະຄອນຢ່າງກຸ້ງ

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວຫາກອງທັບມຽນມາວ່າ ໃຊ້ພວກນັກໂທດເປັນຄົນ​ແບກ
ຫາບເຄື່ອງຢູ່ໃນເຂດແນວໜ້າ ໃນບັນຫາຂັດແຍ້ງກັບກຳລັງປະກອບອາວຸດຊົນເຜົ່ານັ້ນ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານໃນສະຫະລັດ ແລະ
ກຸ່ມປົກປ້ອງສິດທິມະນຸດຂອງເຜົ່າກະຫຼ່ຽງທີ່ມີສຳນັກງານໃນມຽນມາໄດ້ອອກລາຍງານຮ່ວມ
ສະບັບນຶ່ງໃນວັນພຸດມື້ນີ້ທີ່ໃຫ້ລາຍລະອຽດກ່ຽວກັບການກ່າວຫາໃນການລ່ວງລະເມີດຕ່າງໆ
ທີ່ພວກເຂົາເຈົ້າເວົ້າວ່າ ເປັນອາດຊະຍາກຳສົງຄາມນັ້ນ.

ລາຍງານສະບັບນີ້ແມ່ນອີງຕາມການສຳພາດກັບອະດີດພວກຄົນງານ​ແບກ​ຫາບເຄື່ອງ 58
ຄົນທີ່ພາກັນຫຼົບໜີການປະຕິບັດງານຂອງພວກທະຫານຢູ່ໃນເຂດກະຫຼ່ຽງແລະເຂດ Pegu
ໃນລະຫວ່າງປີ 2010 ຫາ 2011 ນີ້.

ພວກຜູ້ຊາຍຈຸນີ້ໄດ້ເວົ້າເຖິງການກໍ່ໂທດກຳຕ່າງໆຂອງກອງທັບມຽນມາໂດຍກ່າວ ວ່າພວກ
ຕົນໄດ້ຮູ້ເຫັນເປັນພະຍານ ໃນການປະຫານຊີວິດ ແບບຮວບຮັດຕັດຕອນ ການທໍລະມານ
ແລະການທຸບຕີ. ນອກນັ້ນແລ້ວເຂົາເຈົ້າຍັງເວົ້າວ່າພວກນັກໂທດໄດ້ຖືກໃຊ້ເປັນເຄື່ອງກຳບັງ ເວລາບີບຄະນວນລະເບີດຝັງດິນ ແລະປົກປ້ອງພວກທະຫານຈາກການຍິງໂຈມຕີຂອງຝ່າຍ
ສະຕູ.

ພວກນັກໂທດເຫຼົ່ານີ້ເວົ້າວ່າ ພວກເຂົາເຈົ້າບໍ່ໄດ້ຮັບການປິ່ນປົວພະຍາບານໃດໆແລະກໍບໍ່
ໄດ້ຮັບອາຫານແລະນໍ້າດື່ມພຽງພໍ.

XS
SM
MD
LG