ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີມຽນມາ ຢ້ຽມຢາມ ສິງກະໂປ


ນາຍົກລັດຖະມົນຕີ Lee Hsien Loong ແຫ່ງສິງກະໂປ (ຊ້າຍ) ພົບປະກັບປະທານາທິບໍດີ Thein Sein ແຫ່ງມຽນມາ ທີ່ສິງກະໂປ ໃນວັນຈັນມື້ນີ້,
ວັນທີ 30 ມັງກອນ 2012.
ນາຍົກລັດຖະມົນຕີ Lee Hsien Loong ແຫ່ງສິງກະໂປ (ຊ້າຍ) ພົບປະກັບປະທານາທິບໍດີ Thein Sein ແຫ່ງມຽນມາ ທີ່ສິງກະໂປ ໃນວັນຈັນມື້ນີ້, ວັນທີ 30 ມັງກອນ 2012.

ມຽນມາ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ ກັບ​ສິງກະ​ໂປ ​ໃນຄວາມ​ພະຍາຍາມ​
ເພື່ອຊອກ​ຫາ​ການ​ຊ່ອຍ​ເຫລືອ​ຈາກ​ສິງກະ​ໂປ ໃນ​ການເປີດກວ້າງແລະ​ປັບປຸງ​ການ​ເສດຖະ
ກິດ​ຂອງຕົນ​ໃຫ້​ທັນ​ສະ​ໄໝນັ້ນ.

ປະທານາທິບໍດີ Thein Sein​ ເດີນທາງ​ໄປ​ຮອດ​ສິງ​ກະ​ໂປ​ໃນ​ວັນ​ອາທິດວານ​ນີ້​ ເພື່ອ​ທໍາ​
ການຢ້ຽມຢາມ​ເປັນ​ເວລາ 4 ມື້ ​ໂດຍມີ​ຄະນະ​ຜູ້​ແທນ​ທີ່​ປະກອບ​ດ້ວຍ​ຜູ້​ນໍາ​ທຸລະກິດ​ແລະ​ລັດ
ຖະມົນຕີ​ເສດຖະກິດ​ຄະນະ​ ນຶ່ງ​ຕິດຕາມ​ໄປ​ນໍາ.

ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​ນີ້ ສິງກະ​ໂປ​ຈະ​ອໍານ​ວຍການ​ສຶກສາ​ດ້ານ​ເຕັກນິກ​ແລະ​ວິຊາ​ຊີບ​
ເພື່ອຊ່ອຍ​ມຽນມາ​ເຝິກ​ແອບ​ປະຊາຊົນ​ຂອງ​ຕົນ​ໃນ​ຂະແໜງ​ຕ່າງໆ ​ເຊ່ນ ການວາງ​ແຜນ​
ດ້ານ​ເສດຖະກິດ​ແລະ​ການ​ພັດທະນາໂຕເມືອງ.

ການ​ເສດຖະກິດ​ຂອງ​ມຽນມາ​ໄດ້​ຢຸດ​ສະ​ງັກລົງບໍ່ມີ​ການ​ເຕີບ​ໂຕ ​ແລະ​ໂດຍ​ສ່ວນ​ໃຫຍ່ແລ້ວ
ກໍແມ່ນ​ໄດ້​ຖືກ​ຕັດຂາດ​ຈາກ​ໂລກ​ໃນ​ລະຫວ່າງໄລຍະ​ຫລາຍ​ທົດ​ສະ​ວັດ​ຂອງ​ການ​ບໍລິຫານ
ປະເທດຢ່າງຜິດພາດແລະ​ການລົງ​ໂທດ​ຕໍ່​ປະວັດການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ທີ່​ບໍ່ດີ​ ຂອງ
ອໍານາດ​ປົກ ຄອງ​ທະຫານ​ມຽນມານັ້ນ.

ແຕ່​ວ່າ ລັດຖະບານ​ພົນລະ​ເຮືອນ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກພວກ​ທະຫານ ​ໄດ້​ທໍາ​ການ​ປະ
ຕິ​ຮູບ​ຕ່າງໆ​ມາ​ຈໍານວນ​ນຶ່ງ​ໃນ​ຫວ່າງ​ໄວໆ​ມາ​ນີ້ ຮວມທັງ​ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ​ການ​
ເມືອງ​ຈໍານວນ​ຫລາຍ​ຮ້ອຍ​ຄົນ ການ​ເຈລະຈາ​ສັນຕິພາບ​ກັບ​ພວກ​ກະບົດ​ຊົນ​ກຸ່ມ​ນ້ອຍ ແລະ
ຜ່ອນຄາຍ​ການ​ຄວບ​ຄຸມ​ສື່​ມວນ​ຊົນ​ລົງ.

XS
SM
MD
LG