ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ບັນລຸ ຂໍ້ຕົກລົງສັນຕິພາບ ກັບຊົນເຜົ່າສານ


ປະທານາທິບໍດີ Thein Sein ແຫ່ງມຽນມາ.
ປະທານາທິບໍດີ Thein Sein ແຫ່ງມຽນມາ.
























ສື່​ມວນ​ຊົນມຽນມາ​ແຈ້ງ​ໃຫ້​ຊາບ​ວ່າ ລັດຖະບານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ສະບັບ​
ນຶ່ງ​ກັບ​ກຳລັງ​ປະກອບ​ອາວຸດ​ເຜົ່າ​ສານ​ ອັນ​ເປັນພາກສ່ວນ​ນຶ່ງໃນ​ຄວາມ​ພະຍາຍາມເພື່ອ
ສ້າງ​ຄວາມປອງ​ດອງ​ຊາດ.

ລາຍ​ງານ​ສື່​ມວນ​ຊົນ​ໃນ​ວັນ​ອັງຄານ​ວານ​ນີ້​ກ່າວ​ວ່າ ພວກ​ຜູ້ຕາງໜ້າຂອງ​ຊົນເຜົ່າສານ ​ແລະ
ລັດຖະບານ​ກາງ​ໄດ້​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ ​ທີ່ມີ 11 ຂໍ້​ກັນ​ໃນເມືອງ Taunggyi ນະ
ຄອນຫລວງ​ຂອງ​ລັດ​ສານ.

ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ເປັນ​ການ​ສືບ​ຕໍ່​ປະຕິບັດ​ຕາມ​ຂໍ້​ຕົກລົງ
ສັນຕິພາບ​ສະບັບ​ກ່ອນ​ໃນ​ລະດັບ​ລັດ​ໃນ​ເດືອນ​ທັນວາ ຜ່ານ​ມາ​ນັ້ນ.

ຂໍ້​ຕົກລົງ​ສັນຕິພາບ 11 ຂໍ້​ເວົ້າ​ເຖິງ​ເລື້ອງ​ເສດຖະກິດ ການ​ແບ່ງ​ເຂດ​ຕ່າງໆ​ຂອງ​ການ​ຍົກ
ຍ້າຍ​ພວກ​ທະຫານ​ບ້ານ​ຊົນ​ເຜົ່າ​ສານ​ແລະ​ການ​ໄຂ​ຫ້ອງການ​ຕິດ​ຕໍ່​ກັນ​ແຫ່ງ​ຕ່າງໆ.

ລັດຖະບານມຽນມາ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງໃນ​ວັນ​ພະຫັດ​ຜ່ານ​ມາ​ກັບ​ຄະນະນໍາພາ​ຊົນ
ເຜົ່າ​ກະຫລ່ຽງ.

ກຸ່ມ​ຊົນ​ເຜົ່າ​ທີ່​ປະກອບ​ອາວຸດ​ຂະໜາດໃຫຍ່​ອີກ​ກຸ່ມ​ນຶ່ງ ຄື​ອົງການ​ເພື່ອ​ເອກະລາດເຜົ່າ​
ກະຈິນ ກໍານົດ​ຈະ​ທໍາ​ການ​ພົບ​ປະ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມຽນມາ​ໃນ
ວັນພຸດ​ມື້​ນີ້​ທີ່​ຈີນ. ຄະນະ​ນໍາພາ​ຂອງ​ເຜົ່າ​ກະ​ຈິນກ່າວວ່າ ການ​ສູ້​ລົບ​ກັນ​ລະຫວ່າງ​ພວກ
ທະຫານ​ຂອງ​ເຂົາ​ເຈົ້າ​ແລະ​ກໍາລັງ​ຝ່າຍລັດຖະບານ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈໍານວນ 6 ໝື່ນ
ຄົນຕ້ອງ​ອົບ​ພະຍົບຫຼົບໜີຈາກ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ​ນັບ​ແຕ່​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

XS
SM
MD
LG