ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ​ຕັດສິນໂທ​ດ ຈຳ​ຄຸກ ຊາວ​ຈີນ 8 ຄົນ ​ໃນ​ຂໍ້​ຫາ ລັກລອບ​ຄ້າ​ອາ​ວຸດ


ສານແຫ່ງ​ນຶ່ງໃນ​ພາກ​ເໜືອ​ຂອງ​ມຽນມາ ​ໄດ້​ຕັດສິນໂທ​ດຈຳ​ຄຸກ ຜູ້​ຊາຍ​ສັນຊາດ​ຈີນ 8 ຄົນ ​ເປັນ​ເວລາ​ດົນນານ ​ໃນ​ຂໍ້​ຫາ ລັກລອບ​ ຄ້າ​ອາ​ວຸດ ທີ່​ຜິ​ດກົດໝາຍ ​ໃກ້ໆ​ກັບ​ ຊາຍ​ແດນ​ອິນ​ເດຍ.


​ແຫຼ່ງຂ່າວໄດ້​ຢືນຢັນກັບ VOA ​ວ່າ ພວກ​ຜູ້​ຊາຍ​ເຫຼົ່າ​ນີ້ ​ໄດ້​ຖືກ​ຈັບ​ໃນ​ເດືອນ​ເມສາ​ແລ້ວ​ນີ້ ພ້ອມ​ກັບອາວຸດປືນ ​ລູກ​ລະ​ເບີດ ​ເສື້ອ​ເກາະ​ກັນ​ກະ​ສູນ ​ແລະ​ລູກປືນ. ບໍ່​ໄດ້​ມີ​ການ​ເປີດ​ເຜີຍ ລາຍ​ລະອຽດ​ ຂອງ​ການ​ດຳ​ເນີນ​ຄະດີ ທີ່​ໄດ້​ມີ​ຂຶ້ນ​ປະມານ 130 ກິ​ໂລ​ແມັດ ທາງ​ທິດຕາ​ເວັນ​ຕົກ​ສຽງເໜືອ​ຂອງນະຄອນ Mandalay.

ຜູ້​ຊາຍ 7 ​ຄົນ ​ໃນ​ຈຳນວນ 8 ຄົນ ແມ່ນໄດ້ຖືກ​ໂທດ​ຈຳ​ຄຸກຄົນ​ລະ 13 ປີ ​ສ່ວນ​ຄົນທີ 8 ຖືກໂທດ​ຈຳ​ຄຸກ 10 ປີ.

ພວກ​ຜູ້​ຊາຍທີ່​ກ່າວ​ມາ​ນີ້ ​ໄດ້​ຖືກ​ຈັບ​ກຸມ ຫຼັງຈາກທີ່​ໄດ້​ຖືກ​ຕຳຫລວດຂັບ​ລົດ​ໄລ່ລ່າ​ ​ໃກ້ໆກັບ​ເມືອງ Tamu. ຂົງ​ເຂດດັ່ງກ່າວ ຊຶ່ງ​ເປັນ​ທີ່​ຢູ່​ອາ​ໄສ​ຂອງ​ກຸ່​ມກະບົດ​ພື້ນ​ເມືອງ​ກຸ່ມ​ນ້ອຍ ຫລາຍໆ​ກຸ່ມ ​ມີ​ຊື່​ສຽງ​ວ່າ​ເປັນ​ຖິ່ນ ລັກລອບ​ຄ້າຂາຍ​ຢາ​ເສບ​ຕິດ​ແລະອາວຸດ.

XS
SM
MD
LG