ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຮ້ອງຂໍ ໃຫ້ເພີ່ມການລົງໂທດ ຕໍ່ປະເທດມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ບັນດາກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ໃນສະຫະລັດກ່າວວ່າ ຕົນຢາກໃຫ້ປະທາ
ນາທິບໍດີບາຣັກໂອບາມາຂະຫຍາຍການລົງໂທດທາງດ້ານການເງິນຕໍ່ມຽນມາແລະດຳເນີນ
ການເທົ່າທີ່ທ່ານສາມາດເພື່ອໃຫ້ເປັນທີ່ແນ່ໃຈວ່າມາດຕະການເຫຼົ່ານີ້ມີປະສິດທິຜົນ.

ພວກເຈົ້າໜ້າທີ່ຈາກ 22 ກຸ່ມກ່າວໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປຫາປະທານາທິບໍດີໂອບາ ມາໃນວັນພະຫັດວານນີ້ວ່າລັດຖະບານມຽນມາໄດ້ປະຕິເສດບໍ່ຍອມຮັບເອົາບາດກ້າວຕ່າງໆ
ໄປສູ່ການມີປະຊາທິປະໄຕຢ່າງແທ້ຈິງ ຮວມທັງບໍ່ຍອມປ່ອຍພວກນັກໂທດການເມືອງທັງໝົດ ຫຼືເປີດການເຈລະຈາກັບພັກຝ່າຍຄ້ານ.

ພວກເຈົ້າໜ້າທີ່ຂອງບັນດາກຸ່ມປົກປ້ອງສິດທິມະນຸດ ຢາກໃຫ້ປະທານາທິບໍດີໂອບາມາທຳ
ການລົງໂທດທາງດ້ານການເງິນຕໍ່ພວກຜູ້ນຳຂອງລັດຖະບານມຽນມາທັງໃນປັດຈຸບັນແລະ
ໃນອະດີດຮວມທັງເຈົ້າໜ້າທີ່ຮັກສາຄວາມສະຫງົບແລະເຈົ້າຝ່າຍສານນຳດ້ວຍ.

ນອກນັ້ນແລ້ວ ພວກເຂົາເຈົ້າຍັງຕ້ອງການຢາກໃຫ້ສະຫະລັດ ລົງໂທດພວກທີ່ໃຫ້ການສະ
ໜັບສະໜຸນທາງດ້ານເສດຖະກິດແລະການເງິນຕໍ່ລັດຖະບານມຽນມາ. ນອກນັ້ນແລ້ວບັນ ດາກຸ່ມປົກປ້ອງສິດທິມະນຸດເຫຼົ່ານີ້ຍັງຮຽກຮ້ອງໃຫ້ອົງການສະຫະປະຊາຊາດສືບສວນເບິ່ງ ການກໍ່ອາດຊະຍາກຳສົງຄາມ ແລະການກໍ່ໂທດກຳຕ້ານມະນຸດຊາດຢູ່ໃນມຽນມາຕາມທີ່ມີ
ການກ່າວຫາກັນນັ້ນ.

ປັດຈຸບັນນີ້ການລົງໂທດກ່ຽວກັບການເດີນທາງແລະການລົງໂທດທາງດ້ານເສດຖະກິດຂອງ ສະຫະລັດຈຳນວນນຶ່ງແມ່ນມີຜົນບັງຄັບໃຊ້ຢູ່ແລ້ວແຕ່ບັນດາກຸ່ມປົກປ້ອງສິດທິມະນຸດເຫຼົ່ານີ້
ເວົ້າວ່າ ຜົນກະທົບຈາກການລົງໂທດແມ່ນພວມຫຼຸດນ້ອຍຖອຍລົງ ຂະນະທີ່ພວກເຈົ້າໜ້າທີ່ ມຽນມາຊອກຫາຊ່ອງທາງອ້ອມໄປ ເຊັ່ນການສ້າງຕັ້ງບໍລິສັດປອມ ຂຶ້ນມາແລະໃຊ້ເງິນຢູໂຣ
ແທນໂດລາ.

ໃນປີກາຍນີ້ມຽນມາໄດ້ເລືອກເອົາລັດຖະບານພົນລະເຮືອນເຂົ້າມາຮັບໜ້າທີ່ແທນພວກທະ ຫານທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ.

ແຕ່ບັນດາພັກຝ່າຍຄ້ານແລະພວກເຈົ້າໜ້າທີ່ຂອງກຸ່ມປົກປ້ອງສິດທິມະນຸດເວົ້າວ່າພວກທະ
ຫານຍັງສືບຕໍ່ເປັນຜູ້ສັ່ງການ ພາຍໃຕ້ໜ້າກາກຂອງລັດຖະບານພົນລະເຮືອນທີ່ຖືກເລືອກ
ມາ.

XS
SM
MD
LG